ໄຂການແຂ່ງຂັນ Taekwondo ທະຫານໂລກຄັ້ງທີ 21

ໄຂການແຂ່ງຂັນ Taekwondo ທະຫານໂລກຄັ້ງທີ 21 - ảnh 1
(ການ​ແຂ່ງ​ຂັນ Taekwondo ທະຫານ​ໂລກ​ຄັ້ງ​ທີ 21)

(vovworld) -     ຕອນ​ຄໍ່າ​ວັນ​ທີ 21/10, ການ​ແຂ່ງ​ຂັນ Taekwondo ທະຫານ​ໂລກ​ຄັ້ງ​ທີ 21 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ກິລາ 214 ຄົນ​ທີ່​ມາ​ຈາກ 31 ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ມີ​ຂະ​ບວນການ Taekwondo ​​ເຂັ້ມ​ແຂງຄື; ບຣາຊິວ, ​ໂກ​ລົມ​ເບຍ, ຝລັ່ງ, ອີ​ຕາ​ລີ, ສ.​ເກົາຫຼີ, ກາ​ນາ​ດາ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ພົນ​ອກ Phung Quang Thanh, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​​ໄດ້​ເນັ້ນ​ໜັກ​ວ່າ; ການ​ແຂ່ງ​ຂັນ Taekwondo ທະຫານ​ໂລກ​ຄັ້ງ​ທີ 21 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ກິລາ​ແຂ່ງ​ຂັນ, ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ, ມຸ່ງ​ໄປ​ສູ່​ຜົນງານ​ສູງກວ່າ​ໃນ​​ການ​ແຂ່ງ​ຂັນ​ຕ່າງ​ໆ​ຢູ່​ພາກ​ພື້ນ ​ແລະ ສາກົນ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​​ພົບ​ປະ​ແລກປ່ຽນ, ​ເປີດ​ກວ້າ​ງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ ​ທັງແມ່ນ​ໂອກາດ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ, ມູນ​ເຊື້ອ​, ປະຫວັດ​ສາດ ​ແລະ ວັດທະນະທຳ​ຂອງ​ຫວຽດນາມ​ ກໍ​ຄື​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ກວ່າ​ອີກ. ຜ່ານ​ການ​ເຄື່ອນ​ໄຫວ​ກິລາ​ນີ້, ສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ກັບ ປະຊາຊົນ ​ແລະ ກອງທັບ​​ປະ​ເທດຕ່າງໆ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປັບ​ປຸງ.

ຂ່າວ/ບົດ​ອື່ນ