ໄຂງານຕະຫລາດເຕັກໂນໂລຊີແລະອຸປະກອນຮ່າໂນ້ຍປີ2016

ໄຂງານຕະຫລາດເຕັກໂນໂລຊີແລະອຸປະກອນຮ່າໂນ້ຍປີ2016 - ảnh 1
Techmart Hanoi 2016

(vovworld)- ຕະ​ຫລາດ​ເຕັກ​ໂນ​ໂລ​ຊີ​ແລະ​ອຸ​ປະ​ກອນ​ຮ່າ​ໂນ້ຍ​ປີ 2016 (Techmart Hanoi) ດ້ວຍ​ຫົວ​ຂໍ້ “ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ນະ​ຄອນ​ຫລວງ ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ສຳ​ພັນ​ພ້ອມ​ກັນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ” ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 28/9 ຢູ່ ຮ່າ​ໂນ້ຍ. Techmart Hanoi ປີ 2016 ໂດຍ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ຕະ​ຫລາດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ນະ​ຄອນ​ຫລວງ ໄລ​ຍະ​ໃຫມ່. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແຖບ​ຜ້າ​ໄຂ​ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ.

        ເຂົ້າ​ຮ່ວມ Techmart Hanoi ມີກວ່າ 400 ຫົວ​ຫນ່ວຍ, ໃນ​ນັ້ນ ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຕ່າງ​ປະ​ເທດ 50 ຮ້ານ. ໃນ​ໄລ​ຍະ​ດ​ຳ​ເນີນ Techmart Hanoi ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແນະ​ນຳ​ກົນ​ໄກ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ການ​ພົບ​ປະ​ສົນ​ທະ​ນາ​ແລກ​ປ່ຽນ​ບົດ​ຮຽນກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ການໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຊາວ​ກະ​ສິ​ກອນ.


ຕອບກັບ

ຂ່າວ/ບົດ​ອື່ນ