ໄຂງານບຸນ “ຊາວໜຸ່ມກັບວິທະຍາສາດ-ເຕັກໂນໂລຢີ”


ໄຂງານບຸນ “ຊາວໜຸ່ມກັບວິທະຍາສາດ-ເຕັກໂນໂລຢີ” - ảnh 1
ວັນ​ບຸນ “ຊາວ​ໜຸ່ມກັບ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ”

(vovworld)- ຕອນ​ເຊົ້າ​ວັນ​ທີ 16/1, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ໄຂ​ງານ​ບຸນ “ຊາວ​ໜຸ່ມກັບ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ” ການ​ເຄຶ່ອນ​ໄຫວດ​ັ່ງ​ກ່າວ​ໂດຍ​ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ຈັດ​ຂຶ້ນ ຊຶ່​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ບັນ​ດາ​ສ​ະ​ໂມ​ສອນ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ. ວັນ​ບຸນ​ໄດ້​ຖືກ​ດຳ​ເນີນ​ດ້ວຍ​ການ​ເຄ​ື່ອ​ນ​ໄຫວ​ທີ່​ອຸ​ດົມ​ສົ​ມບູນເຊັ່ນ, ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ເຖິງ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ… ນັກ​ສຶກ​ສາ ຫງວຽນ​ເລ​ດຶກ​ຮີ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດທຳ​ມະ​ຊາດ ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ:

    “ ມື້ນີ້​ພວກ​ນ້ອງ​ໄດ້​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ​ມາ​ຍັງ​ວັນ​ບຸນ. ຈຸດ​ປະ​ສົງ​ຂອງ​ພວກ​ນ້ອງ​ແມ່ນ​ເພື່ອນ​ໃຫ້​ທຸກ​ຄົນ​ຮູ້​ຈັກ​ເຖິງ​ສະ​ໂມ​ສອນ​ຂອງ​ພວກ​ນ້ອງ ແລະ ອາດ​ສາ​ມາດ​ຂະ​ຫຍາຍ​ຕົວ​ແຂງ​ແຮງ​ແຮງກວ່າ​ໃນ​ອະ​ນາ​ຄົດ. ນອກ​ຈາກນັ້ນ ກໍ​ເປັນ​ການ​ຊ່ວຍ​ໃຫ້​ຫມູ່​ເພື່ອນເຫັນ​ໄດ້​ເຖິງ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ ”
ຂ່າວ/ບົດ​ອື່ນ