ໄຂງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ

(VOVWORLD) - ຕອນຄ່ຳວັນທີ 30 ເມສາ, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ 2018 ໄດ້ຖືກໄຂຂຶ້ນດ້ວຍຫົວຂໍ້ວ່າ “ເທບນິຍາຍຂົວຕ່າງໆ”. ທິນເຈົ້າພາບດ່າໜັງ ຫວຽດນາມ ແລະ ທິມ Firma Surex ຂອງໂປໂລຍ ແມ່ນ 2 ທິມທຳອິດໃນຈຳນວນ 8 ທິມເຂົ້າຮ່ວມການຍິງບັ້ງໄຟດອກໃນພິທີໄຂ, ອັນໄດ້ເຮັດໃຫ້ແຂກຜູ້ຊົມໄດ້ເຫັນການຍິງບັ້ງໄຟດອກເປັນໜ້າຈັບໃຈ.
ໄຂງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - ảnh 1 ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ

ຜ່ານການຈັດຕັ້ງເປັນ 8 ຄັ້ງ, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ໄດ້ປ່ຽນແປງໃໝ່ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກາຍເປັນເຫດການວັດທະນະທຳທ່ອງທ່ຽວລະດັບສາກົນ. ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ 2018 ມີ 8 ທິມເຂົ້າຮ່ວມ ນັ້ນແມ່ນ: ຫວຽດນາມ, ໂປໂລຍ, ປອກຕູຍການ, ຝະຣັ່ງ, ອາເມລິກາ, ອີຕາລີ, ຮົງກົງ (ຈີນ), ຊູແອັດ. ທ່ານ ຮີງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຢືນຢັນວ່າ: ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ປະກອບສ່ວນນຳ ດ່າໜັງ ບັນລຸໄດ້ນາມມະຍົດເຫດການງານບຸນແຖວໜ້າອາຊີ:

        “ງານບຸນຍິງບັ້ງໄຟດອກປີນີ້ ຈະນຳມາເຊິ່ງເລື່ອງລາວຕ່າງໆກ່ຽວກັບວັດທະນະທຳ, ປະຫວັດສາດແຫ່ງມູນເຊື້ອ ແລະ ນັບທັງຜົນງານທີ່ມະຫັດສະຈັນຂອງ 8 ທິນທີ່ຕາງໜ້າໃຫ້ບັນດາປະເທດ ແລະ ເຂດແຄ້ວນ. ແຕ່ລະທິມແມ່ນສັນຍາລັກຂອງໄລຍະ 1 ຂອງຂົວ, ເພື່ອສ້າງເປັນຂົວມິດຕະພາບ, ເຊື່ອມຕໍ່ສັນຕິພາບ, ເຊື່ອມຕໍ່ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ