ໄຂງານບຸນດອກຊະກຸຣະ - ດ້ຽນບຽນ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາເຫດການເປີດສາກໃຫ້ບັນດາເຫດການດ້ານການເມືອງ, ວັດທະນະທຳ, ການທ່ອງທ່ຽວຂອບຂະໜາດໃຫຍ່ຂອງແຂວງ ດ້ຽນບຽນ ປີ 2024
ໄຂງານບຸນດອກຊະກຸຣະ - ດ້ຽນບຽນ - ảnh 1(ພິທີໄຂງານບຸນດອກຊະກຸຣະ - ດ້ຽນບຽນຝູ)

        ຕອນຄ່ຳວັນທີ 12 ມັງກອນ, ຢູ່ສະໜາມຫຼວງ 7/5, ນະຄອນ ດ້ຽນບຽນຝູ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ຈັດພິທີໄຂງານບຸນດອກຊະກຸຣະ - ດ້ຽນບຽນຝູ. ນີ້ແມ່ນໜຶ່ງໃນບັນດາເຫດການເປີດສາກໃຫ້ບັນດາເຫດການດ້ານການເມືອງ, ວັດທະນະທຳ, ການທ່ອງທ່ຽວຂອບຂະໜາດໃຫຍ່ຂອງແຂວງ ດ້ຽນບຽນ ປີ 2024, ຂ່ຳນັບຊົມເຊີຍປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ. ນອກນັ້ນ, ເຫດການກໍ່ປະກອບສ່ວນເພີ່ມທະວີການຮ່ວມມື, ພົບປະແລກປ່ຽນວັດທະນະທຳ ແລະ ປະຊາຊົນລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

        ທີ່ພິທີໄຂ, ທ່ານ ວືອາບັ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໃຫ້ຮູ້ວ່າ, 10 ປີກ່ອນນີ້, ຝ່າຍ ຍີ່ປຸ່ນ ໄດ້ມອບຕົ້ນຊະກຸຣະ 1.000 ຕົ້ນໃຫ້ແຂວງ ດ້ຽນບຽນ, ເພື່ອປູກໃນບໍລິເວນແຂວງ. ມາຮອດປະຈຸບັນ, “ເກາະດອກໄມ້” ປາຄວາງດ້ຽນບຽນ ໄດ້ກາຍເປັນສະຖານທີ່ດູດດື່ມ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼາຍ; ເຮັດໃຫ້ແຫຼ່ງຊັບພະຍາກອນທ່ອງທ່ຽວຂອງ ດ້ຽນບຽນ ອຸດົມສົມບູນຂຶ້ນຕື່ມ.

        ງານບຸນດອກຊະກຸຣະ 2024 ຈະຈັດຂຶ້ນຮອດວັນທີ 14 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ