ໄຂ​ງານບຸນ​ພົບ​ປະ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຍີ່​ປຸ່​ນ​ ຄັ້ງ​ທີ 6 ຢູ່ ດ່າ​ນັ້ງ

(VOVWORLD) - ທ່ານ ຮ່ວຽນດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງໃຫ້ຮູ້ວ່າ: ງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ແມ່ນໜຶ່ງໃນບັນດາເຫດການທາງການທູດທີ່ພົ້ນເດັ່ນປະຈຳປີຂອງນະຄອນ ດ່ານັ້ງ.
ໄຂ​ງານບຸນ​ພົບ​ປະ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຍີ່​ປຸ່​ນ​ ຄັ້ງ​ທີ 6 ຢູ່ ດ່າ​ນັ້ງ - ảnh 1ບັນດາຜູ້ແທນຊົມເຊີຍໄຂງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ (ພາບ: CAND) 

ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ນະຄອນດ່ານັ້ງ, ພະແນກການຕ່າງປະເທດ ນະຄອນດ່ານັ້ງໄດ້ສົມທົບກັບ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄຂງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6. ເຂົ້າຮ່ວມພິທີມີທ່ານ Umeda Kunio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, ຜູ້ຕາງໜ້າສະຫະສະມາຄົມວິສາຫະກິດ ຍີ່ປຸ່ນ ປະຈຳດ່ານັ້ງ…

        ກ່າວຄຳເຫັນທີ່ພິທີ, ທ່ານ ຮິງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງໃຫ້ຮູ້ວ່າ: ງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ແມ່ນໜຶ່ງໃນບັນດາເຫດການທາງການທູດທີ່ພົ້ນເດັ່ນປະຈຳປີຂອງນະຄອນ ດ່ານັ້ງ, ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຫວນຄືນ ແລະ ຮັດແໜ້ນຄວາມສະໜິດຕິດພັນກ່ວາອີກ. ຜ່ານບັນດາການເຄື່ອນໄຫວຕ່າງໆຄື: ຈັດຕັ້ງຮ້ານວາງສະແດງຂາຍສິນຄ້າ, ສະແດງສິລະປະ, ວັດທະນະທຳ, ດົນຕີ, ບັນດາການເຄື່ອນໄຫວພົບປະໂຄສະນາ, ສົ່ງເສີມການທ່ອງທ່ຽວ, ງານບຸນໄດ້ປະກອບສ່ວນນຳເອົາຈຸດວັດທະນະທຳຂອງຍີ່ປຸ່ນມາໃຫ້ປະຊາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ, ກໍ່ຄືເປີດອອກບັນດາກາລະໂອກາດການຮ່ວມມືລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນ ຍີ່ປຸ່ນ ໃນບັນດາຂົງເຂດ ເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ