ໄຂງານບຸນຢ້ອງປີ 2014

ໄຂງານບຸນຢ້ອງປີ 2014 - ảnh 1
ງານບຸນຢ້ອງ
(ພາບ:vanhoadoisong)

(vovworld)- ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ວິຫານ​ຟູ່ດົງ, ຄະນະ​ກຳມະການ ປະຊາຊົນຕາແສງຟູ່ດົງຮ່ວມກັບຄະນະ ກຳມະການປະຊາຊົນເມືອງ ຢາເລີມ, ຮ່າໂນ້ຍຈັດພິທີຮັບ ໃບຢັ້ງຢືນ ປູຊະນີຍະ ສະຖານລະດັບຊາດພິເສດ ແລະ ໄຂງານບຸນຢ້ອງປີ 2014.

   ງານບຸນຢ້ອງປີ 2014 ຖືກຈັດຂຶ້ນແຕ່ວັນທີ 5-7/5 ດ້ວຍບັນດາການ ເຄື່ອນໄຫວສະແດງສິລະປະ ທີ່ເປັນເອກະລັກສະເພາະ. ນີ້ແມ່ນງານບຸນອັນ ເປັນປະເພນີ ໄດ້ຮັບການຈັດຕັ້ງ ມາແຕ່ສະໄໝລາດຊະວົງຫຼີ ແລະ ໄດ້ຮັບການຮັກສາຈາກປະຊາຊົນ, ກາຍເປັນງານບຸນທີ່ມີຊື່ສຽງກ່ວາໝູ່ຢູ່ເຂດ ທົ່ງພຽງແມ່ນ້ຳແດງ. ງານບຸນຢ້ອງສະແດງໃຫ້ເຫັນນ້ຳໃຈຕ້ານສັດຕູຜູ້ຮຸກຮານຂ ອງປະຊາຊົນຫວຽດນາມລຸ່ນກ່ອນໆ, ສະແດງຄວາມຫວັງໃຫ້ປະເທດຊາດມີ ສັນຕິພາບ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ຜາ​ສຸກ. 

ຂ່າວ/ບົດ​ອື່ນ