ໄຂ​ງານ​ບຸນ​ວິ​ຫານ ຮ່​ວຽນ​ເຈິນ

(VOVWORLD) - ໃນຂອບເຂດງານບຸນ ຍັງຈັດໃຫ້ມີບັນດາການເຄື່ອນໄຫວວັດທະນະທຳ ສິລະປະ, ກິລາ ຄື: ການສະແດງຂັບ ເຫ້ວ, ສິລະປະບ່າຍຈ່ອຍ...
ໄຂ​ງານ​ບຸນ​ວິ​ຫານ ຮ່​ວຽນ​ເຈິນ - ảnh 1

 (ພາບ: VOV)

  ວັນທີ 30 ມັງກອນ, ຢູ່ສູນວັດທະນະທຳ ຮ່ວຽນເຈິນ ນະຄອນເຫ້ວ, ພະແນກວັດທະນະທຳ ແລະ ກິລາ ເທື່ອທຽນ ເຫ້ວ ໄດ້ຈັດງານບຸນວິຫານ ຮ່ວຽນເຈິນ ລະດູບານໃໝ່ ປີແມວ. ນີ້ແມ່ນການເຄືື່ອນໄຫວທີ່ເພົ້ນເດັ່ນຂອງງານບຸນລະດູບານໃໝ່ ໃນຂອບເຂດ Festival ເຫ້ວ 2023.

ງານບຸນວິຫານ ຮ່ວຽນເຈິນ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບຸນ, ມີ ຄວາມໝາຍຫຼາຍຢ່າງ ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ ເຫ້ວ ແລະ ບັນດາຄວາມມຸ້ງຫວັງ, ຄວາມຕັດສິນໃຈ ມານະພະຍາຍາມ ກໍ່ສ້າງທ້ອງຖິ່ນນັບມື້ນັບພັດທະນາ, ສົມເປັນສູນວັດທະນະທຳ ທ່ອງທ່ຽວ,  ນະຄອນ Festival ພິເສດສະເພາະຂອງ ຫວຽດນາມ.

ໃນຂອບເຂດງານບຸນ ຍັງຈັດໃຫ້ມີບັນດາການເຄື່ອນໄຫວວັດທະນະທຳ ສິລະປະ, ກິລາ ຄື: ການສະແດງຂັບ ເຫ້ວ, ສິລະປະບ່າຍຈ່ອຍ; ບັນດາການລະຫຼີ້ນພື້ນເມືອງ, ຫຼີ້ນກົນ; ການສະແດງມວຍ; ງານວາງສະແດງວິຈິສິນ, ການສະແດງຊຸດອາພອນເສື້ອຍາວ…

 

ຕອບກັບ

ຂ່າວ/ບົດ​ອື່ນ