ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ ຄັ້ງ​ທີ 19

(VOVWORLD) - ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍສະມາຊິກ 500 ຄົນ, ໃນນັ້ນ ມີນັກກິລາ 337 ຄົນ, ຄູຝຶກ 90 ຄົນ ແລະ ນັກຊ່ຽວຊານ 11 ຄົນ.

ພິທີໄຂງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ຖືກດຳເນີນຢູ່ສະໜາມກິລາ ດອກບົ່ວ, ຂຶ້ນກັບສູນກິລາ ໂອລິມບິກ ຫາງຈູ, ແຂວງ ເຈື້ອຈຽງ, ປະເທດ ຈີນ ໃນຕອນຄ່ຳວັນທີ 23 ກັນຍາ.

ງານມະຫາກໍກິລາ ອາຊີ ຄັ້ງທີ 19 ຖືກໄຂຂຶ້ນດ້ວຍຫົວຂໍ້ "ມຸ່ງໄປເຖິງ ອາຊີ". ເຂົ້າຮ່ວມພິທີໄຂດັ່ງກ່າວ ມີການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍນັກກິລາເກືອບ 13.000 ຄົນ.

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ ຄັ້ງ​ທີ 19 - ảnh 1ງານມະຫາກໍກິລາ ອາຊີ ຄັ້ງນີ້ ຖືກໄຂຂຶ້ນດ້ວຍຫົວຂໍ້ "ມຸ່ງໄປເຖິງ ອາຊີ" (ພາບ: ສຳນັກຂ່າວສານຊິນຮວາ)

ພາຍຫຼັງກ່າວຄຳປາໄສໄຂງານມະຫາກຳກິລາຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແມ່ນການຍິງບັ້ງໄຟດອກໝູນໃຊ້ເຕັກນິກດີຈີຕອນ ທີ່ອະລັງກາ ເຊິ່ງແທນໃຫ້ການຈູດບັ້ງໄຟດອກແບບເດີມ ແນໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດທິດສະດີສີຂຽວຂອງ ASIAD 19.

ຕໍ່ມາແມ່ນພິທີສາບານຕົວຂອງຄະນະກຳມະການ, ຄູຝຶກ, ນັກກິລາ ແລະ ການຈູດຄົບເພີງຜ່ານ ແພສດຟອມ ດີຈີຕອນ, ປະສົມລະຫວ່າງເຕັກນິກດີຈີຕອນ ກັບ ເຊິ່ງໜ້າ.

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍສະມາຊິກ 500 ຄົນ, ໃນນັ້ນ ມີນັກກິລາ 337 ຄົນ, ຄູຝຶກ 90 ຄົນ ແລະ ນັກຊ່ຽວຊານ 11 ຄົນ.

ຕວັນດາດ - ນັກຂ່າວ VOV ປະຈຳ ປັກກິ່ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ