ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ຊີ​ເກມ 32

(VOVWORLD) - ຄວາມເອກອ້າງທະນົງໃຈ ກຳປູເຈຍ - ນັ້ນແມ່ນຊື່ບົດເພງທາງການຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ 2023 (ຊີເກມ 32) ແລະ ກໍແມ່ນສານຂອງພິທີໄຂ ຊີເກມ 32 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 5 ພຶດສະພາ ຢູ່ສະໜາມກິລາ Morodok Techo ຢູ່ນະຄອນຫຼວງ ພະນົມເປັນ.
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ຊີ​ເກມ 32 - ảnh 1ພິທີໄຂຖືກຈັດຂຶ້ນດ້ວຍບັນຍາກາດທີ່ຟົດຟື້ນ, ຫນ້າຈັບໃຈ (ພາບ: VOV)

ໂດຍເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້, ປະເທດ ກຳປູເຈຍ ໄດ້ລົງທຶນຢ່າງໃຫຍ່ຫຼວງ ໃຫ້ແກ່ພິທີໄຂດ້ວຍບັນຍາກາດທີ່ຟົດຟື້ນ, ຫນ້າຈັບໃຈດ້ວຍບັນດາລາຍການສະແດງສິລະປະຂອງນັກສິລະປິນກວ່າ 1.000 ຄົນ ແລະ ນັກກິລາກວ່າ 2.000 ຄົນ. ພາຍຫຼັງທີ່ຮັບຊົມບັນດາລາຍການສະແດງສິລະປະແລ້ວ, ຜູ້ຊົມຜູ້ເຊຍກວ່າ 70.000 ຄົນ ຢູ່ສະໜາມກິລາ Morodok Techo ກໍພ້ອມກັນຕ້ອນຮັບພິທີຍ່າງແຫ່ຂະບວນຂອງ 11 ທັບກິລາ, ໃນນັ້ນ,  ທັບກິລາ ຫວຽດນາມ ໄດ້ສະເໜີຕົວຕໍ່ຜູ້ຊົມເປັນອັນດັບທີ 2 ເຊິ່ງມາຕາມຫຼັງທັບກິລາປະເທດເຈົ້າພາບ ກຳປູເຈຍ. ນັກກິລາ ລອຍນ້ຳ ຫງວຽນຮຸຍຮວ່າງ ຂອງ ຫວຽດນາມ ເປັນກຽດຈັບທູງຊາດ ຂອງທັບກິລາ ຫວຽດນາມ. ໃນຂະບວນດັ່ງກ່າວ ກໍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ… ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen  ກໍຂຶ້ນກ່າວປາໄສ ປະກາດໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ປີ 2023 ຢ່າງເປັນທາງການ.

        ເຂົ້າຮ່ວມ ຊີເກມ 32, ໃນທັບກິລາ ຫວຽດນາມ ມີທັງໝົດ 1.003 ຄົນ, ໃນນັ້ນ ມີນັກກິລາກວ່າ 700 ຄົນ. ກ່ອນພິທີໄຂ, ທັບກິລາ ຫວຽດນາມ ຍາດໄດ້ຫຼຽນຄຳ 1 ຫຼຽນ ເຊິ່ງໄດ້ແກ່ກິລາປະເພດ Ouk Chaktrang ແລະ ກິລາປະເພດ ມວຍ Jujitsu ຍາດໄດ້ຫຼຽນທອງ 3 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ