ໄຂງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17 ຢູ່ອິນໂດເນເຊຍ

ໄຂງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17 ຢູ່ອິນໂດເນເຊຍ - ảnh 1
ງານ​ມະຫາ​ກຳ​ກິລາ​ນັກ​ສຶກສາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 17 ຢູ່​ອິນ​ໂດ​ເນ​ເຊຍ
(ພາບ: vietnamplus.vn)

(vovworld) – ພິທີໄຂ​ງານ​ມະຫາ​ກຳ​ກິລາ​ນັກ​ສຶກສາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 17 ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 10/12, ​ຢູ່ Palembang, ປະ​ເທດ​ອິນ​ໂດ​ເນ​ເຊຍ. ມີ​ພະນັກງານ, ຄູ​ຝຶກ​ສອນ, ນັກ​ກິລາ ເກື​ອບ 3.000 ຄົນ ​ທີ່​ມາ​ຈາກ 11 ປະ​ເທດ​​ໃນ​ພາກ​ພື້ນຄື: ອິນ​ໂດ​ເນ​ເຊຍ, ຟິລິບ​ປີນ, ​ໄທ, ມຽນ​ມາ, ກຳປູ​ເຈຍ, ສິງກະ​ໂປ, ຫວຽດນາມ, ບຣູ​ໄນ, ມາ​ເລ​ເຊຍ, ລາວ ​ແລະ ຕີ​ມໍ​ຕາ​ເວັນ​ອອກ.

        ດ້ວຍ​ຫົວ​ຂໍ້​ວ່າ “ຫົວ​ໃຈໜຶ່ງ, ອາ​ຊຽນດຽວ”, ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ​ນັກ​ສຶກສາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 17 ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ​ແລະ ​ເຂັນ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳອິນ​ໂດ​ເນ​ເຊຍ.

        ທີ່​ງານ​ມະຫາ​ກຳ​ກິລາ, ບັນດາ​ທິມ, ນັກ​ກິລາ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນກິລາ 20 ປະ​ເພດ, ດ້ວຍຫຼຽນ​ລາງວັນ 225 ຊຸດ. ຄະນະ​ນັກ​ກິລາ​ນັກ​ສຶກສາ​ຫວຽດນາມ ມີ​ນັກ​ກິລາ 50 ຄົນ​ເຂົ້າ​ຮ່ວມການແຂ່ງ​ຂັນ​ກິລາ 6 ປະ​ເພດຄື: ​ແລ່ນ​​ແລະ​ລານ, ລອຍ​ນ້ຳ, ປິ່ງປ່ອງ, ​​ເຕກອນ​ໂດ, ກາຣາ​​ເຕ​ໂດ, ໝາກ​​ເສິກ… ຕອນ​ເຊົ້າ​ວັນ​ທີ 11/12, ທິມ ກາຣາ​​ເຕ​ໂດ ຂອງ​ຫວຽດນາມ ​ໄດ້​ກ້າວ​ເຂົ້າ​ສູ່​ມື້ແຂ່ງຂັນ​ທຳ​ອິດ.

ຂ່າວ/ບົດ​ອື່ນ