ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12ປີ2016

ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12ປີ2016 - ảnh 1
ການຕີກອງໄຂງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12

(vovworld) – ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ກະຈາຍສຽງ​ທັນ​ສະ​ໄໝ​​ໃນ​ຫຼາຍ​ພື້ນຖານ” ໂດຍ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ສົມທົບ​ກັບສະຖານີ​ວິ​ທະ​ຍຸ - ​ໂທລະພາບ​ແຂ​ວງ ​ແຄ໋ງຮ່ວາ ຈັດ​ຕັ້ງ​​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 20/4, ຢູ່​ນະຄອນ​ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂງານ​ມະ​ໂຫລານ, ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ VOV, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະ​ໂຫລານກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ປີ 2016, ​ເນັ້ນ​ໜັກ​ວ່າ: ​

        “​ຕ້ອງເຮັດ​​​ແນວ​ໃດເພື່ອ​ໝູນ​ໃຊ້​ບັນດາ​ທ່າ​ແຮງຂອງຮູບ​ແບບ​ສື່ສານ​ໃນ​ຫຼາຍ​ພື້ນຖານ? ​ເຮັດ​ແນວ​ໃດ​ເພື່ອ​ມີ​ບັນດາ​ບົດ​ທີ່​ສ້າງ​ຄວາມ​ດຶງ​ດູດ​ສາທາລະນະ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້? ຫວັງ​ວ່າ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​​ດ້ານວິຊາ​ສະ​ເພາະ​ໃນ​ຂົງ​ເຂດ​ງານ​ມະ​ໂຫລານ​ກະຈາຍສຽງ, ພິ​ເສດ​ແມ່ນ​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ 3 ຄັ້ງ​ກ່ຽວກັບ​ວຽກ​ງານ​ກະຈາຍສຽງ​ໃນ​ສັງ​ກະລາດ​ສື່​ມວນ​ຊົນ​ຫຼາຍ​ຮູບ​ແບບພັດທະນາ​ດີ​ທີ່​ສຸດ… ສິ່ງ​ສຳຄັນ​ທີ່​ສຸດ ​ແລະ ​ເປັນພື້ນຖານ​ທີ່​ສຸດ​ນັ້ນ​ແມ່ນ​ຍາມ​ໃດ​ພວກ​ເຮົາ​ກໍ່​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແກ່ມະຫາຊົນ​. ​ເຮັດ​​ໄດ້​ສິ່ງດັ່ງກ່າວ, ກະຈາຍສຽງ​ຈະ​ກໍ່​ມີ​ທີ່​ຕັ້ງຢ່າງ​ເໝາະ​ສົມ​ໃນ​ໝູ່​ມະຫາຊົນຢູ່​ສະ​ເໝີ.”


ຂ່າວ/ບົດ​ອື່ນ