ໄຂງານມະໂຫລານຮູບເງົາອີນເດຍ 2015

ໄຂງານມະໂຫລານຮູບເງົາອີນເດຍ 2015 - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເວືອງ​ຢີ​ບຽນມອບດອກ​ໄມ້​ໃຫ້​ບັນ​ດາ​ນັກ​ຜະ​ລິດ​ຮູບ​ເງົາ


(vovworld)- ​ ຕອນ​ຄຳວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ໄດ້​ໄຂ​ງານ​ມະ​ໂຫລານ​ຮູບ​ເງົາ​ອີນ​ເດຍ ອັນ​ໄດ້​ດຶງ​ດູດ​ນັກ​ຜະ​ລິດ​ຮູບ​ເງົາ​ຂອງ​ຫວຽດ​ນາມ ແລະ ອີນ​ເດຍ​ກໍ​ຄື​ມວນ​ຊົນ​ຜູ້​ນິ​ຍົມ​ຮູບ​ເງົາ ເຂົ້າ​ຮ່ວມ​ເປ​ັນຈຳ​ນວນຫຼວງຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເວືອງ​ຢີ​ບຽນ ໄດ້​ຢືນ​ຢັນ​ວ່າ :

    “ວັດ​ທະ​ນະ​ທຳ​ເວົ້າ​ລວມ ແລະ ຮູບ​ເງົາ​ເວົ້າ​ສະ​ເພາະ ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ເຊື່ອມ​ຕໍ່​ຄວາມ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ເພື່ອນ​ມິດ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດ. ຜ່ານ​ງານ​ມະ​ໂຫລານ​ຄັ້ງ​ນີ້, ຜູ້​ຊົມ​ຫວຽດ​ນາມ​ຈະ​ມີ​ໂອ​ກາດ​ໄດ້​ຊົມ​ ຮູບ​ເງົາເລື່ອງ​ຕ່າງໆ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ອີນ​ເດຍ, ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ງານ​ມະ​ໂຫລານ​ຄັ້ງ​ນີ້ ແມ່ນ​ເຫດກ​ານ​ວັດ​ທະ​ນະ​ທຳທີ່​ມີ​ຄວາມ​ໝາຍ, ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ຊົມ​ຫວຽດ​ນາມ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ອີນ​ເດຍ​ເທົ່າ​ນັ້ນ, ຫາກ​ຍັງປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງວ​ກ່ວາ​ອີກ”

 

ຂ່າວ/ບົດ​ອື່ນ