(vovworld) - ໄຂງານວາງສະແດງ “ສາຍພົວພັນມິດຕະພາບຫວຽດນາມ - ອິນເດຍ: ຄວາມສາມັກຄີ, ຮ່ວມມື ແລະ ພັດທະນາ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 10/8 ຢູ່ຫໍພິພິດຕະພັນໂຮ່ຈິມິນ ທີ່ນະຄອນຫຼວງຮ່າໂນ້ຍ. ງານວາງສະແດງໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ສະຖານທູດອິນເດຍ ປະຈຳຫວຽດນາມ ສົມທົບກັນຈັດຕັ້ງ ເພື່ອຂໍ່ານັບຮັບຕ້ອນປີມິດຕະພາບຫວຽດນາມ - ອິນເດຍ 2012. ມີຮູບຖ່າຍ, ເອກະສານ ແລະ ວັດຖຸພັນ 200 ຢ່າງ, ໃນນັ້ນມີວັດຖຸພັນໄດ້ນຳມາວາງສະແດງຢູ່ງານວາງສະແດງນີ້ເປັນຄັ້ງທຳອິດ ໄດ້ສະແດງໃຫ້ເຫັນການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ອິນເດຍ. ຟິມຮູບເງົາເອກະສານກ່ຽວກັບການຢ້ຽມຢາມອິນເດຍ ເມື່ອປີ 1958 ຂອງປະທານໂຮ່ຈິມິນ ກໍໄດ້ນຳມາສາຍໃນໂອກາດນີ້. ກ່າວຄຳເຫັນໄຂງານວາງສະແດງ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ Ho Anh Tuan ຊີ້ແຈ້ງວ່າ.
“ງານວາງສະແດງກ່ຽວກັບປະທານໂຮ່ຈິມິນ ແລະ ທ່ານນາຍົກລັດຖະມົນຕີ Jawaharlal Nehru, ບັນດາຜູ້ທີ່ໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ງານວາງສະແດງກໍ່ໄດ້ແນະນຳບາງເຫດການປະຫວັດສາດທີ່ສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດຫວຽດນາມ ແລະ ອິນເດຍ, ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຊີ, ການສຶກສາ ແລະ ການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ງານວາງສະແດງແມ່ນເຫດການວັດທະນະທຳທີ່ມີຄວາມໝາຍອັນເລິກເຊິ່ງ, ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຜູ້ຊົມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະ ຊາວອິນເດຍ ເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດສືບຕໍ່ໄດ້ຮັບການພັດທະນາຢ່າງແຮງອີກດ້ວຍ”.
ງານວາງສະແດງ “ສາຍພົວພັນມິດຕະພາບຫວຽດນາມ - ອິນເດຍ: ສາມັກຄີ, ຮ່ວມມື ແລະ ພັດທະນາ” ຈະແກ່ຍາວຮອດວັນທີ 16/8/2012 ຈຶ່ງຈະອັດລົງ.