ໄຂງານແຂ່ງຂັນມິດຕະພາບ ກິລາບານສົ່ງຊາຍ ຫວຽດນາມ-ລາວຄັ້ງທີ່ 1

ໄຂງານແຂ່ງຂັນມິດຕະພາບ ກິລາບານສົ່ງຊາຍ ຫວຽດນາມ-ລາວຄັ້ງທີ່ 1 - ảnh 1
(ພາບປະກອບ)


vovworld- ຕອນ​ເຊົ້າ 26/9, ຢູ່​ແຂວງ ດັກ​ລັກ, ​ໄດ້​ໄຂ​ງານ​ແຂ່ງຂັນ​ກິລາ​ບານ​ສົ່ງ​ຊາຍມິດຕະພາບຫວຽ​ດນາມ-ລາວ​ຄັ້ງ​ທີ່ 1 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 4 ທິມ, ​ໃນ​ນັ້ນ​ມີ 2 ທິມມາ​ຈາກ​ແຂວງ​ຈຳປາ​ສັກ ​ແລະ ສາລະ​ວັນ​ຂອງ​ ສປປລາວ ​ແລະ ອີກ 2 ທິມ​ແມ່ນ​ຂອງ​ແຂວງ​ດັກ​ລັກ ​ແລະ ດົກ​ນົງ​ຂອງ ສ.ສ ຫວຽດນາມ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານ​ແຂ່ງຂັນ​ກິລາ​ບານ​ສົ່ງ​ຊາຍມິດຕະພາບຫວຽ​ດນາມ-ລາວ​ ຖືກ​ຈັດ​ຂຶ້ນ​ແມ່ນ​ເພື່ອ​ສຶກສາ​ອົມ​ຮົມ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ, ສາຍ​ພົວພັນ​ທີ່​ສັດ​ຊືບໍລິສຸດແບບ​ພິ​ເສດລະຫວ່າງ 2 ຊາດ ​ເປັນ​ຕົ້ນ​ແມ່ນ​ໃນ​ລຸ່ນ​ໄວ​ໜຸ່ມ​; ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ແຂວງ​ຕ່າງໆ​ຂອງ​ລາວ​ກັບ​ແຂວງ ດັກ​ລັກ​ຂອງ​ຫວຽດນາມ. ງານ​ແຂ່ງຂັນ​ກິລາ​ບານ​ສົ່ງ​ຊາຍມິດຕະພາບຫວຽ​ດນາມ-ລາວ​ຄັ້ງ​ທີ່ 1 ຈະ​ອັດ​ລົງ​ໃນ​ວັນ​ທີ 27/9.

ຂ່າວ/ບົດ​ອື່ນ