ໄຂງາມບຸນວິຫານຮຸ່ງ

ໄຂງາມບຸນວິຫານຮຸ່ງ - ảnh 1
ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ- ງາມ​ບຸນ​ວິ​ຫານ​ຮຸ່ງ​

(vovworl)- ເລີ່ມ​ແຕ່​ວັນ​ທີ ¼( ກົງ​ກັບວັນ​ທີ 5/3 ຕາມ​ຈັນ​ທະ​ປະ​ຕິ​ທິນ) ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ- ງາມ​ບຸນ​ວິ​ຫານ​ຮຸ່ງ​ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ສິ​ລະ​ປະ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວິ​ຫານ​ຮຸ່ງ, ນະ​ຄອນ​ຫວຽດ​ຈີ່ ແລະ ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ບັນ​ດາ​ວິ​ລະ​ບຸ​ລຸດ​ໃນ​ສະ​ໄໝ​ເຈົ້າ​ຊີ​ວິດ​ຮຸ່ງ. ງານ​ບຸນ​ຈະ​ແກ່​ຍາວ​ຮອດ​ວັນ​ທີ 6/4 ( ກົງ​ກັບວັນ​ທີ 10/3 ຕາມ​ຈັນ​ທະ​ປະ​ຕິ​ທິນ). ທ່ານ ຮ່າ​ເກ້​ຊານ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຟູ້​ເຖາະ ໃຫ້​ຮູ້​ວ່າ: 

    “ ທີ 1 , ງານ​ບຸນ​ປະ​ເພ​ນີ​ຢູ່​ຕາມ​ຖະ​ໜົນ​ທີ່​ນະ​ຄອນ​ຫວຽດ​ຈີ່ ແລະ ບຸນ​ຊ່ວງ​ເຮືອ​ຢູ່​​ໜອງວັນ​ລາງ. ທີ 2 ແມ່ນ​ລາຍ​ການ​ສິ​ລະ​ປະ​ໃນ​ຄ່ຳ​ຄືນ​ວັນ​ທີ 5/3 (ຕາມ​ຈັນ​ທະ​ປະ​ຕິ​ທິນ) . ພ້ອມ​ກັນ​ນັ້ນ ກໍ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື ງານ​ຕະຫຼາດ​ນັດເຈົ້າ​ຊີ​ວິດ​ຮຸ່ງ, ການ​ວາງ​ສະ​ແດງ​ຕົ້ນ​ໄມ້​ປະ​ດັບ, ງານ​ຕັ້ງ​ຄ້າຍ​ວັດ​ທະ​ນະ​ທຳ, ການ​ປະ​ກວດ​ຂັບ​ຊວານ ແລະ ຂັບ​ລຳ​ພື້ນ​ເມືອງ​ຟູ້​ເຖາະ…..”

ຕອບກັບ

ຂ່າວ/ບົດ​ອື່ນ