ໄຂຊຸມວັນຫວຽດນາມຢູ່ອັກຊັງຕີນ

ໄຂຊຸມວັນຫວຽດນາມຢູ່ອັກຊັງຕີນ - ảnh 1
ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ
ພາບ: internet


(vovworld)- ຊຸມ​ວັນ​ຫວຽດນາມ​ຢູ່ ອັກ​ຊັງ​ຕີນ ​ໄດ້​ຖືກ​ໄຂ​ຂຶ້ນ​​ໃນ​ວັນ​ທີ 19/9 ຢູ່ ນະ​ຄອນ​ຫລວງ Buenos Aires ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (25/10/1973-25/10/2013). ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ​ໂດຍ​ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ນຳ​ຫນ້າ, ພວມ​ຢູ່​ຢ້ຽມຢາມ​ອັກ​ຊັງ​ຕີນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Jorge Coscia ລັດຖະມົນຕີ​ກະຊວງ​ວັດທະນະທຳ ອັກ​ຊັງ​ຕີນ ​ເນັ້ນ​ຫນັກ​ວ່າ: ອັກ​ຊັງ​ຕີນ ​ແລະ ຫວຽດນາມ ສະ​ເຫລີ​ມສະຫລອງ 40 ປີ​ແຫ່​ງວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ​ແມ່ນ​ກົງ​ກັບ​ຈຸດ​ເວລາ​ການ​ພົວພັນ​ລະຫວ່າງ​ລັດຖະບານ ​ແລະ ປະຊາ​ຊົນ​ສອງ​ປະ​ເທດ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ອັນ​ດີງາມ, ພ້ອມ​ທັງ​ຢືນຢັນ: ຊຸມ​ວັນ ຫວຽດນາມ ຢູ່ ອັກ​ຊັງ​ຕີນ ຈະ​ປະກອບ​ສວ່ນຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ລັດຖະມົນຕີ ວັດທະນະທຳ Jorge Coscia ກໍ​ຄື​ບັນດາ​ສະມາຊິກ​ສະພາ​ຕຳ່ ອັກ​ຊັງ​ຕີນ, ທ່ານ​ລັດຖະມົນຕີ​ ຮ່ວາງ​ຕວນ​ແອ​ງ ​ເນັ້ນ​ຫນັກວ່າ ຫວຽດນາມ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ ອັກ​ຊັງ​ຕີນ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ.

 

ຂ່າວ/ບົດ​ອື່ນ