ໄຂປີມິດຕະພາບ ຍີ່ປຸ່ນ - ຫວຽດນາມ

ໄຂປີມິດຕະພາບ ຍີ່ປຸ່ນ - ຫວຽດນາມ - ảnh 1
ຜູ້ແທນເຂົ້າຮ່ວມພິທີໄດ້ດື່ມເຫຼົ້າ Sake
(ພາບ: Thế Anh/TTXVN)

(vovworld) - ສະຖານກົງສູນ​ໃຫຍ່ ຍີ່ປຸ່ນ ປະຈຳ​ນະ​ຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ປີ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຍີ່ປຸ່ນ - ຫວຽດນາມ ​ເມື່ອ​ຕອນ​ຄຳ່​ວັນ​ທີ 27/2. ກ່າວ​ຄຳ​ເຫັນ​ນະ​ພິທີ​ໄຂ, ທ່ານ ​ເລ​ແມ້ງ​ຮ່າ, ຮອງ​ປະທາ​ນຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ພິທີ​ໄຂ​ປີ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ມີ​ຄວາມ​ໝາຍ​ສຳຄັນ, ​ເປັນ​ຂີດ​ໝາຍ​ແຫ່ງ​ໄລຍະ​ເລີ່​ມ​ຕົ້ນ​ໃຫ້​ແກ່​ບັນດາ​ການ​ເຄື່ອ​ນ​ໄຫວ​ພົວພັນແລກປ່ຽນ​ວັດທະນະທຳ, ສີ​ລະ​ປະ .​.​.​ ທີ່​ອຸດົມສົມ​ບຸນ ຊຶ່ງຈະ​ຈັດ​ຕັ້ງ​ຂຶ້ນຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ ​ເລ​ແມ້ງ​ຮ່າ ຊີ້​ແຈງ​ວ່າ:

       “ຄຽງ​ຂ້າງ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ, ບັນດາ​ຈຸດ​ຄ້າຍຄື​ກັນ ທາງ​ດ້ານ​ວັດທະນະທຳ ​ໄດ້​ຊ່ວຍ​ໃຫ້ 2 ປະ​ເທດ​ໃກ້​ຊິດ, ​ເຫັນ​ອົກ​ເຫັນ​ໃຈກັນ​ກ່ວາ. ຍາມ​ໃດ ປະຊາຊົນ ຫວຽດນາມ ກໍ່​ນິຍົມ​ຊົມ​ຊອບ​ນ້ຳ​ໃຈ​ບໍ່​ຍອມ​ຈຳນົງ​ຂອງ​ປະຊາ​ຊົນ ຍີ່ປຸ່ນ. ​ເລື່ອງ​ພ້ອມ​ກັນ​ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ, ຄວາມ​ລຳບາກ​ກາກ​ກຳ ​ໄດ້​ຊ່ວຍ​ຮັດ​ແໜ້ນ​ນ້ຳ​ໃຈ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​: ປີມິດຕະພາບ ຫວຽ​ດນາມ - ຍີ່ປຸ່ນ ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ ຍີ່ປຸ່ນ ຈະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ”

        ​ໃນ​ຊຸມ​ປີຜ່ານມາ, ການ​ນຳ​ຂັ້ນ​ສູງ ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຮັກສາ​ການ​ຢ້ຽມຢາມ ​ແລະ ການພົບ​ປະ​ຄັ້ງ​ຕ່າງໆ ​ເປັນ​ປະຈຳ. ກ່ຽວ​ກັບ​ດ້ານ​ການ​ຄ້າ, ປະຈຸ​ບັນ, ຍີ່​ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​​ໃຫຍ່ອັນ​ດັບ 3 ຂອງ ຫວຽດນາມ ​ແລະ ຍື່ນ​ອັນ​ດັບ 1 ​ໃນ​ບັນດາ​ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນ ​ທີ່​ລົງທຶນເຂົ້າ ຫວຽດນາມ.

 

ຂ່າວ/ບົດ​ອື່ນ