ໄຂພິທີງານບຸນຕົ້ນລະດູບານໃໝ່ປີມະເສງ

ໄຂພິທີງານບຸນຕົ້ນລະດູບານໃໝ່ປີມະເສງ - ảnh 1
ງານ​ບຸນໂກນ​ເຊີນ - ກຽບບາກ
(ພາບປະກອບ)

(vovworld) ຕອນ​ເຊົ້າ​ວັນ​ທີ 23/2 (ວັນ​ທີ 14 ​ເດືອນ​ຈຽງ) ຢູ່​ເຂດ​ປູຊະນີຍະສະຖານ ​ໂກນ​ເຊີນ - ກຽບບາກ ​ແຂວງ ຫາຍ​ເຢືອງ ​ໄດ້​ດຳ​ເນີນພິທີ​ງານ​ບຸນ​ຕົ້ນ​ລະດູບານ​ໃໝ່​ປີ​ 2013, ​ເປີດ​ສາກ​ແມ່ນ​ງານ​ບຸນໂກນ​ເຊີນ - ກຽບບາກ ​ເພື່ອ​ແນ​ໃສ່​ອາ​ໄລ​ຫາ 679 ປີ ​ແຫ່ງ​ວັນ​ສິ້ນ​ພະ​ຊົນ​ຂອງ​ພະພຸດ ຮ່ວຽນ​ກວາງ​ໂຕນ​ຢາ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນພະບຸລຸດ​ຜູ້​ກໍ່​ຕັ້ງພຸດທະ​ສາສະໜາ ນິກາຍ​ຈຸກ​ເລິ​ມຂອງ​ຫວຽດນາມ 3 ອົງ, ທັງ​ເຊີດ​ຊູ​ບຸນ​ຄູນ​ຂອງ​ພຸດທະ​ສາສະໜາ ນິກາຍຈຸກ​ເລິ​ມ ​ໃນ​ພາລະກິດ​ທ້ອນ​ໂຮມ​ສາສະໜາ​ເປັນ​ເອກະ​ພາບ, ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ກໍ່​ຄື​ມຸ່ງ​ໄປ​ສູ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ. ພິ​ເສດປີ​ນີ້, ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ກໍ່​ໄດ້​ປະກາດ​ຂໍ້​ຕົກລົງ​ຮັບຮອງ​ງານ​ບຸນໂກນ​ເຊີນ - ກຽບບາກ ​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ທ່ານ ຫງວຽນ​ມິ​ງທິ້ງ, ຫົວໜ້າ​ຫ້ອງ​ບໍລິຫານ​ສັງ​ລວມ, ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານໂກນ​ເຊີນ - ກຽບບາກ (ຫາຍ​ເຢືອງ), ​ໃຫ້​ຮູ້​ວ່າ:

        “ຈຸດ​ໃໝ່​ຂອງ​ພິທີ​ງານ​ບຸນ​ປີ​ນີ້​ແມ່ນ​ມຸ້ງ​ໄປ​ສູ່​ປີ​ທ່ອງ​ທ່ຽວ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ. ປີ​ນີ້​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເຄັ່ງ​ຄັດ“.

ຕອນ​ຄຳ່​ວັນ​ທີ 22/2, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ລະດັບ​ຊາດ ວິຫານ ​ແລະ ສຸສານ​ບັນດາ​ເຈົ້າ​ຊີວິດ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ ເຈິ່ນ (ຢູ່​ເມືອງ​ຮຶງຮ່າ, ​ແຂວງ​ທ້າຍ​ບິ່ງ) ​ໄດ້​ໄຂ​ພິທີ​ງານ​ບຸນ​ວິຫານ ​ເຈິ່ນປີ 2013. ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນ​ງາມ​ຄວາມ​ດີ​ຂອງ​ລາຊະວົງ​ເຈິ່ນ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພື່ອສຶກສາ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ ​ໃຫ້​​ແກ່ລຸ້ນລູກ​ລຸ້ນຫຼານ.

ຂ່າວ/ບົດ​ອື່ນ