ໄຂລາຍການ“ບຸນເຕັດຫວຽດ”ຢູ່ຫໍພິພິດຕະພັນຮ່າໂນ້ຍ

ໄຂລາຍການ“ບຸນເຕັດຫວຽດ”ຢູ່ຫໍພິພິດຕະພັນຮ່າໂນ້ຍ - ảnh 1
(ໄຂລາຍການ“ບຸນເຕັດຫວຽດ”ຢູ່ຫໍພິພິດຕະພັນຮ່າໂນ້ຍ)

(vovworld) –​ ພິ​ທີໄຂ​ລ​າຍ​ການ “​ບຸນ​ເຕັດ​ຫວຽດ” ຢູ່​ຫໍ​ພິ​ພິດ​ຕະ​ພັ​ນ​ຮ່າ​ໂນ​້ຍ, ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/01. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ພົ້ນ​ເດັ່ນ​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ເພື່ອ​ຂ່ຳ​ນັບ​​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ແລະ ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016. ທ່ານ ຫງວຽນ​ຕ໋ຽນ​ດ່າ, ຫົວ​ໜ້າ​ຫໍ​ພິ​ພິດ​ຕະ​ພັນ​ຮ່າ​ໂນ້ຍ​ ໃຫ້​ຮູ້​ວ່ານີ້​ແມ່ນ​ເທື່ອ​ທຳ​ອິດ​ລາຍ​ການ​ບຸນ​ເຕັດ​ຫວຽດ ໄດ້​ຈັດ​ຕັ້ງ ເພື່ອ​ແນະ​ນຳ​ໃ​ຫ້​ປະ​ຊາ​ຊົນ ແລະ ແຂກ​ທ່​ອງ​ທ່ຽວ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ຫວຽດ ແລະ ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ