ໄຂວັນບຸນວັດທະນະທຳຊົນເຜົ່າຜູ້ໄທຄັ້ງທີ1ປີ2014

ໄຂວັນບຸນວັດທະນະທຳຊົນເຜົ່າຜູ້ໄທຄັ້ງທີ1ປີ2014 - ảnh 1
ວັນບຸນວັດທະນະທຳຊົນເຜົ່າຜູ້ໄທຄັ້ງທີ1ປີ2014
ພາບ:vov

(vovworld)-​ ວັນ​ບຸນ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 27/12 ຢູ່ ແຂວງ ລາຍ​ເຈົ​າ. ນີ້​ເປັນ​ຄັ້ງ​ທຳ​ອິດ ກະ​ຊວ​ງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອ​ງ​ທ່ຽວ​ສົມ​ທົບ​ກັບ​ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາຍ​ເຈົາ ຈັດ​ຂຶ້ນ ດ້ວຍ​ຫົວ​ຂໍ້​ວ່າ: ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທ​ະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ​ໃນ​ໄລ​ຍະ​ໃຫມ່-ເຊື່ອມ​ໂຍງ​ແລະ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.” ທ່ານ ໂດ໋​ຮ້າ​ລອງ, ຮອງ​ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ ໃຫ້​ຮູ້​ວ່າ:

        “ພາຍ​ຫລັງ​ວັນ​ບຸນນີ້, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ລາຍ​ເຈົາ ກໍ​ໄດ້​ກຳ​ນົດ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສ​ີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ແມ່ນ​ຫນ້າ​ທີ່​ຈຸດ​ສຸມ. ພວກ​ຂ້າ​ພະ​ເຈົ້າ​ສ້າງ​ແຜນ​ການ​ຍຸດ​ທະ​ສາດ​ເພື່ອ​ພັດ​ທະ​ນາ, ອະ​ນຸ​ລ​ັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ພິ​ເສດ​ແມ່ນ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ.”

        ພາຍ​ຫລັງ​ພິ​ທີ​ໄຂ ແມ່ນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສະ​ແດງ, ນັກ​ສິ​ລະ​ປະ​ກອນ ກວ່າ 1000 ຄົນ​ມາ​ຈາກ 8 ແຂວງ , ນະ​ຄອນ ມີ​ຊາວ​ເຜົ່າ​ຜູ້​ໄທ​ດຳ​ລົງ​ຊີ​ວິດ ນັ້ນ​ແມ່ນ ລາຍ​ເຈົາ, ດ້ຽນ​ບຽນ, ຮ່​ວາ​ບີງ, ເຊີນ​ລາ, ລ່າວ​ກາຍ, ອຽນ​ບາຍ, ເຫງ້​ອານ ແລະ ແທງ​ຮ​ວາ.

ຂ່າວ/ບົດ​ອື່ນ