ໄຂວາລະປະຊຸມຄັ້ງທີ 35 ຄະນະປະຈຳສະພາແຫ່ງຊາດຊຸດທີ 13

ໄຂວາລະປະຊຸມຄັ້ງທີ 35 ຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
(ວາລະ​ປະຊຸມ​ຄັ້ງ​ທີ 35 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13)

(vovworld) - ທີ່ວາລະ​ປະຊຸມ​ຄັ້ງ​ທີ 35 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ສະຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ກົດໝາຍ, ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ໃສ່​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ; ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ ​ແລະ ທະ​ເລ​ເກາະ; ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ); ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ລົງ​ປະຊາ​ມະຕິ; ກົດໝາຍ​ວ່າ​ດ້ວຍ​ອົງການ​ສືບ​ສວນ​ອາຍາ ​ແລະ ກົດໝາຍ​ວ່າ​ດ້ວຍ​ຈັບ​ຕົວ ​ແລະ ກັກ​ຂັງ​ຊົ່ວຄາວ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ກໍ່​ຈະ​ໃຫ້​ຄຳ​ເຫັນ​ຕໍ່​ບາງ​ເນື້ອ​ໃນ​ສຳຄັນ: ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ໂຄງການ​ທ່າ​ອາກາດ​ສະຍານ​ສາກົນ​ລອງ​ແທ່ງ; ຮ່າງ​ແຜນການ​ສ້າງ​ບັນດາ​ເອກະສາ​ນ​ແນ​ະນຳ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ; ວິທີ​ແບ່ງ​ທຶນ​ກຽມ​ເພື່ອ​ທະ​ນາ​ບັດ​ລັດຖະບານ​ໄລຍະ 2011-2015.

ຂ່າວ/ບົດ​ອື່ນ