ໄຂວາລະປະຊຸມເທື່ອທີ39ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມເທື່ອທີ39ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງກ່າ​ວຄຳ​ເຫັນ​​
ໄຂ​ວາລະ​ປະຊຸມ​ເທື່ອທີ 39 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: Nhan Sang/TTXVN)

​​(vovworld) - ກ່າ​ວຄຳ​ເຫັນ​​ໄຂ​ວາລະ​ປະຊຸມ​ເທື່ອທີ 39 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ໃນ​ຕອນ​ເຊົ້າ​ວັນ​ທີ 14/7, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ທີ່​ວາລະ​ປະຊຸມຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ​່ງຊາດ​ ຈະ​ດຳ​ເນີນ​ການຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະ​ຊຸນ​ສະ​ໄໝ​ສະມັນ​​ເທື່ອ​ທີ 9 ຫວ່າງ​ແລ້ວ​ນີ້ ພ້ອມທັງ​ປະກອບ​ຄວາມ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສະ​ໄໝ​ສະ​ມັນ​​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຖື​ວ່າ: ກອງ​ປະຊຸມ​ສະ​ໄໝ​ສະມັນ​​ເທື່ອ​ທີ 9 ​ແມ່ນ​ກອງ​ປະຊຸມ​​ໄດ້​ຮັບ​ການ​ສະໜັບ​ສະ​ໜູນຈາກ​ປະຊາຊົນ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ປະຊາທິປະ​ໄຕ, ພຸມປັນຍາ ​ແລະ ການ​ປ່ຽນ​ໃໝ່​ຂອງ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະຫງວນ​ເວລາ​ສ່ວນ​ຫຼາຍ ​ເພື່ອພິຈາລະນາ​ເນື້ອ​ໃນ ຕ່າງໆ ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສະມັນ​​ເທື່ອທີ 10 ​ເພາະວ່າ: ນີ້​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ສະ​ມັນ​ທ້າຍ​ປີ​ດ້ວຍ​ເນື້ອ​ໃນ​ທີ​່ສຳຄັນ​ຫລາຍ​ຢ່າງ.
  
   ພາຍຫຼັງ​ພິທີ​ໄຂວາລະ​ປະຊຸມ​ເທື່ອ​ທີ 39, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ​້ຄຳ​ເຫັນ​ກ່ຽວ​ກັບໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລະ ປະກອບ​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ກອງປະຊຸມ​ສະ​ໄໝ​ສາມັນ​ ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ, ໝາ​ກພົນ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 9 ສືບ​ຕໍ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ເລ​ື່ອງ ນຳ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຕອບ​ສະ​ໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຕົວ​ຈິງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ. ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ອວງ​ຈູລິວ ສະ​ເໜີ​ວ່າ, ບັນດາ​ບົດ​ລາຍງານ​ທີ່​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ເດັດ​ດຽວ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ຫັນ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ.

      ກໍ່​ທີ່​ວາລະ​ປະຊຸມ, ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ຫັນ​ດີ​ຕໍ່​ໃບ​ສະ​ເໜີ​ກ່ຽວ​ກັບ​ເລື່ອງ​ກະກຽມ​ ໃຫ້ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາ​ລືຮັບຮອງ​ເອົາຮ່າງ​ກົດໝາຍ 16 ສະບັບ, ຮ່າງ​ມະຕິ 1 ສະບັບ; ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 10 ສະບັບ; ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມປີ 2015, ​ໄລຍະ 2011 – 2015 ​ແລະ ໜ້າ​ທີ່​ຂອງປີ 2016 …

      ຕອນ​ບ່າຍ​ວັນ​ດຽວ​ກັບ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​​ໃບ​ສະ​ເໜີ​ຂອງ​ປະທານ​ສານ​ປະຊາຊົນ​ສູງສຸດ​ກ່ຽວ​ກັບ​ ການ​ສ້າງ​ຕັ້ງ​ສານ​ປະຊາຊົນ​ ຢູ່​ບາງ​ເມືອງ, ​ເທດສະບານ​ຂຶ້ນ​ກັບ​ແຂວງ; ​ໃບ​ສະ​ເໜີ​ຂອງຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ລະບອບ​ເງິນ ​ເພີ່ມ​ໃຫ້ການ​ນຳ, ຄຸ້ມ​ຄອງ; ​ເພີ່ມ​ເຕີມພະນັກງານ, ລະບອບ​ເງິນ​ເດືອນ ​ແລະ ​​ເງິນ​ເພີ່ມ​ຂອງ​ຕຳ​ແໜ່​ງ​ນິຕິ​ກຳ​…

ຂ່າວ/ບົດ​ອື່ນ