ໄຂສັບປະດານ້ຳສາກົນຫວຽດນາມຄັ້ງທີ 6 ປີ 2018

(VOVWORLD) -ສັບປະດານ້ຳສາກົນຫວຽດນາມຄັ້ງທີ 6 ປີ 2018 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 4 ມີນາຢູ່ຮ່າໂນ້ຍ
ໄຂສັບປະດານ້ຳສາກົນຫວຽດນາມຄັ້ງທີ 6 ປີ 2018  - ảnh 1 ສັບປະດານ້ຳສາກົນຫວຽດນາມ ປີ 2018 ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ

ປີ 2018 ໂລກໄດ້ສະເຫຼີມສະຫຼອງວັນນ້ຳສາກົນ (22ມີນາ) ດ້ວຍຫົວຂໍ້ວາ : “ ນ້ຳ ແລະ ທຳມະຊາດ ” ໄດ້ສະແດງໃຫ້ເຫັນບັນດານະໂຍບາຍ ແລະ ພຶດຕິກຳໃນການຄຸ້ມຄອງຊັບພະຍາກອນນ້ຳ ແມ່ນຕ້ອງອີງໃສ່ທຳມະຊາດເພື່ອມຸ່ງໄປສູ່ເປົ້າໝາຍພັດທະນາແບບຍືນຍົງ ແລະ ຍາວນານ.

    ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີນກຸ້ຍກຽນ ໃຫ້ຮູ້ວ່າ : ເພື່ອຕອບສະໜອງຄຳຮຽກຮ້ອງຂອງ ສັບປະດານ້ຳອາຊີ ແລະ ວັນນ້ຳສາກົນ (22ມີນາ), ສັບປະດານ້ຳສາກົນຫວຽດນາມຄັ້ງທີ 6 ປີ 2018 ໄດ້ຖືກຈັດຂຶ້ນດ້ວຍຫົວຂໍ້ “ ຮ່ວມມືພັດທະນາຊັບພະຍາກອນນ້ຳແບບຍືນຍົງ.  ”, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີນກຸ້ຍກຽນ ເນັ້ນໜັກວ່າ ລັດຖະບານຫວຽດນາມເອົາໃຈໃສ່ເປັນພິເສດ ແລະ ກຳນົດວ່າ ນ້ຳແມ່ນຊັບພະຍາກອນຍຸດທະສາດເພື່ອຮັບປະກັນການພັດທະນາປະເທດຊາດແບບຍືນຍົງ. ຮັບປະກັນຊັບພະຍາກອນນ້ຳໄດ້ຮັບການຄຸ້ມຄອງ ແລະ ຮັກສາ, ຂຸດຄົ້ນ, ນຳໃຊ້ຢ່າງສົມເຫດສົມຜົນ, ປະຢັດ ແລະ ມີປະສິດທິຜົນ, ຕອບສະໜອງຕາມການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດານະໂຍບາຍຂອງລັດຫວຽດນາມກ່ຽວກັບແຫຼ່ງຊັບພະຍາກອນນ້ຳ, ຖືກກຳນົດໃນກົດໝາຍວ່າດ້ວຍຊັບພະຍາກອນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ