ໄຂສະໄຫມປະຂຸມຄັ້ງທີ 15 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ

ໄຂສະໄຫມປະຂຸມຄັ້ງທີ 15 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະກັບ
ທ່ານ Igor Shuvalov ຮອງ​ນາຍົກລັດຖະມົນຕີ ລັດເຊຍ
ພາບ:VGP


(vovworld) - ວັນທີ 17/10 ຢູ່ ສະຫະພັນ​ລັດ​ເຊຍ ​ໄດ້​​ໄຂ​ສະ​ໄຫມ​ປະຊຸມ​ຄັ້ງ​ທີ 15 ຄະນະ​ກຳມາທິການລະຫວ່າງ​ລັດ​ຖະບານ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ Hoang Trung Hai ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ປະທາ​ນຮ່ວມ​ຄະນະ​ກຳມາທິການ ນຳ​ຫນ້າ. ສ່ວນ​ຄະນະຜູ້​ແທນ​ລັດ​ເຊຍ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Igor Shuvalov ທັງ​ເປັນ​ປະທານ​ຮ່ວມ​ຄະນະ​ກຳມາທິການ​ນຳ​ຫນ້າ. ທີ່​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ກວດກາ​ຄືນ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ຂອງ​ກອງ​ປະຊຸມ​ດຳ​ເນີນ​ໄປ​ໃນ​ເດືອນ 11/2011 ຢູ່ ຮ່າ​ໂນ້ຍ ​ແລະ ພິຈາລະນາ​ວຽກ​ງານ​ຄວນ​ຊຸກຍູ້ ​ແລະ ຜັນ​ຂະຫຍາຍ​ຢ່າງ​ລະອຽດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ຄວນ​ມີ​ມາດ​ຕະການ​ທີ່​ມີ​ລັກສະນະ​ບຸກທະລຸ​ເພື່ອ​ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ. ການ​ສ້າງ​ຂັ້ນ​ຕອນ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ລວມລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ​ໃນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຮອດ​ປີ 2015 ກ​ໍ​ໄດ້​ປຶກສາ​ຫາລື​ຢ່າງ​ລະອຽດ​ໃນ​ຂອບ​ເຂດ​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້. ພ້ອມ​ກັນ​ນັ້ນ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ຜັນ​ຂະຫຍາຍ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນີງທ້ວນ 1, ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ ລ້ວນ​ແຕ່​ໄດ້​ຮັບ​ການ​ກວດກາ​ຄືນ​ເພື່ອ​​ເປັນ​ເອກະ​ພາບ​ຕໍ່​ບັນດາ​ມາດ​ຕະການ​ຊຸກຍູ້​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ.

Diep Anh, Doan Hai ນັກ​ຂ່າວ VOV  ປະຈຳ​ລັດ​ເຊຍ

ຂ່າວ/ບົດ​ອື່ນ