ໄຂເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ-ອິນໂດເນເຊຍ

ໄຂເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ-ອິນໂດເນເຊຍ - ảnh 1

(ພາບປະກອບ:baocongthuong.com.vn)

(vovworld)- ວັນທີ 4/4, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ​ຫວຽດນາມ-​ອິນ​ໂດ​ເນ​ເຊຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ສະຖານທູດອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ພ້ອມ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາຈຸດ​ສຸມ​ຄື: ຂໍ້​ກຳນົດ​ກົດ​ລະບຽບ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ​ໂອກາດ​ການ​ຮ່ວມ​ມື​ລົງທຶນ, ຂັ້ນຕອນ ​ແລະ ​ເງື່ອ​ນໄຂການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ…ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດອິນ​ໂດ​ເນ​ເຊຍ ​ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ໃນ​ສອງ​ປີຜ່ານມາ, ມີ​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ ຫຼາຍ​ແຫ່ງ​ໄດ້​ຕັ້ງໜ້າ​ຊອກ​ຮູ້​ແງ່​ຫວັງ ​ແລະ ​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມມື​ຫຼາຍ​ສະບັບ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ບັນດາ​ລັດ​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ ມາ​ລົງທຶນ“

  ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຕີ​ລາຄາ​ຄືນ​ບັນດາ​ຜົນງານ ​ແລະ ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລົງທຶນ​ສອງ​ຝ່າຍ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພ້ອມ​ທັງ​ວາງ​ອອກ​ບັນດາ​ແຜນການ, ຍຸດ​ທະ​ສາດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ…ປະຈຸ​ບັນ, ອິນ​ໂດ​ເນ​ເຊຍ ມີ 34 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ດ້ວຍຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວາ 296 ຕື້​ໂດ​ລາ​ສະຫະລັດ. ປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 4,6 ຕື້​ໂດ​ລາ​ສະຫະລັດ.

 

 

ຂ່າວ/ບົດ​ອື່ນ