ໄຂເວທີປາໄສດ້ານການຄ້າ ອາຊຽນ - ອາເມລິກາລາຕິນ

ໄຂເວທີປາໄສດ້ານການຄ້າ ອາຊຽນ - ອາເມລິກາລາຕິນ - ảnh 1
ທ່ານ Susilo Bambang Yudhoyono ປະທານາທິບໍດີ ອິນໂດເນເຊຍ
ພາບ: internet


(vovword) - ​ເວທີ​ປາ​ໄສ​ດ້ານ​ການ​ຄ້າ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 9/7 ຢູ່ ນະຄອນຫລວງ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ທ່ານ Susilo Bambang Yudhoyono ປະທານາທິບໍດີ ປະ​ເທດ​ເຈົ້າພາບ​ໄດ້​ຮຽກຮ້ອງ​ໃຫ້​ວົງ​ການ​ນັກທຸລະກິດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາລາຕິນ ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ສອງ​ຝ່າຍ ​ເພາະວ່າ ນີ້​ແມ່ນ​​ຕະຫລາດ​ສອງ​ແຫ່ງ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ມີ​ກາລະ​​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang ຊີ້​ແຈງ​ວ່າ: ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນອັນ​ໃຫຍ່​ຫລວງ​ທາງ​ດ້ານ​ເສດຖະກິດ ດ້ວຍ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາ​ຊິກ. ​ເວທີ​ປາ​ໄສ​ການ​ຄ້າ ອາ​ຊຽນ ອາ​ເມ​ລິ​ກາ​ລາຕີ​ນ ດຳ​ເນີນ​ໄປ​ໃນ 2 ວັນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ການ​ນັກທຸລະກິດ ​ແລະ ບັນດາ​ເຈົ້າ​ຫນ້າ​ທີ່, ​ເປັນ​ຕົ້ນ​ແມ່ນ​ສຸ່​ມ​ໃສ່​ປຶ​ກສາ​ຫາລື​ກ່ຽວ​ກັບ​ແງ່​ຫວັງ​ຍູ້​ແຮງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ