(vovworld) - ເວທີປາໄສປະຊາຊົນອາຊີ - ເອີລົບ ຄັ້ງທີ 9 (AEPF 9) ໄດ້ໄຂຂຶ້ນໃນວັນທີ 16/10, ຢູ່ນະຄອນຫຼວງວຽງຈັນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 800 ທ່ານ ທີ່ຕາງໜ້າໃຫ້ແກ່ບັນດາອົງການ, ຂະບວນການປະຊາຊົນຂອງອາຊີ ແລະ ເອີລົບ ທີ່ເຄື່ອນໄຫວໃນຫຼາຍຂົງເຂດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ Vu Xuan Hong, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ. ເວທີປາໄສ AEPF ປີ 2012 ມີຫົວຂໍ້ວ່າ “ຮັດແຫນ້ນຄວາມສາມັກຄີລະຫວ່າງປະຊາຊົນ, ຕ້ານຄວາມທຸກຍາກ, ຕ້ານຄວາມບໍ່ຍຸຕິທຳ, ບໍ່ສະເຫມີພາບ ແລະ ເພື່ອການພັດທະນາແບບຍືນຍົງແນໃສ່ສ້າງລັດຂອງປະຊາຊົນ ເພື່ອປະຊາຊົນ ແລະ ໂດຍປະຊາຊົນ”. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ຊີ້ແຈ້ງວ່າ: ເວທີປາໄສ AEPF ແມ່ນໂອກາດເພື່ອແບ່ງປັນຄວາມຄິດ ແລະ ແລກປ່ຽນບົດຮຽນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຢ່າງຮອບດ້ານຂອງແຕ່ລະປະເທດຢູ່ອາຊີ ແລະ ເອີລົບ, ຕອບສະໜອງແນວຄິດ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນຢູ່ບັນດາປະເທດ. ທ່ານ ທອງລຸນ ສີສຸລິດ ຮຽກຮ້ອງບັນດາປະເທດອາຊີ ແລະ ເອີລົບ ກຳແໜ້ນຮູບແບບພັດທະນາຢ່າງໝັ້ນຄົງໃໝ່, ຕ້ອງມີບັນດາມາດຕະການທີ່ເໝາະສົມເພື່ອປ້ອງກັນວິກິດການເສດຖະກິດ ເພີ່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນທຸກຊັ້ນຄົນ, ຮັບປະກັນຄວາມດຸນດ່ຽງລະຫວ່າງການພັດທະນາເສດຖະກິດກໍຄືດ້ານສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຢ່າງໝັ້ນຄົງ.
ພາຍຫຼັງພິທີໄຂ, ເວທີປາໄສປຶກສາຫາລື 4 ຫົວຂໍ້ຕົ້ນຕໍເພື່ອຍື່ນສະເໜີຕໍ່ ກອງປະຊຸມສຸດຍອດອາຊີ - ເອີລົບ 9 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນ 11ຈະມາເຖິງ ເຊິ່ງລວມມີ: ການເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ການບໍລິການທີ່ຈຳເປັນ; ການຄ້ຳປະກັນດ້ານສະບຽງອາຫານ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ທີ່ດິນ ແບບຍືນຍົງ; ການຜະລິດ, ການນຳໃຊ້ພະລັງງານແບບຍືນຍົງລວມເຖິງຄວາມສະເຫມີພາບໃນການມີວຽກເຮັດ ງານທຳ ແລະ ບັນຫາທຳມາຫາກິນແບບຍືນຍົງ.