ໄຂເຫດການໂຄສະນາເຜີຍແຜ່ສິນຄ້າຂອງ ລາວ ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ

(VOVWORLD) - ນີ້ແມ່ນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງ ລາວ ໄດ້ຜະລິດຕາມວິທີອົງຄະທາດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ສະໜຸນໄພ, ຜັກໝາກໄມ້…
ໄຂເຫດການໂຄສະນາເຜີຍແຜ່ສິນຄ້າຂອງ ລາວ ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ - ảnh 1 ສັບປະດາຜະລິດຕະພັນວິສາຫະກິດ ລາວ

ຕອນຄ່ຳວັນທີ 24 ມັງກອນ, ທີ່ນະຄອນ ໂຮ່ຈີມິນ, ໄດ້ໄຂ “ສັບປະດາຜະລິດຕະພັນວິສາຫະກິດ ລາວ”. ຈະດຳເນີນຮອດວັນທີ 28 ມັງກອນ, ທີ່ສັບປະດາຜະລິດຕະພັນວິສາຫະກິດ ລາວ, ບັນດາວິສາຫະກິດຂອງ ລາວ ແລະ ວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ ລາວ ໄດ້ແນະນຳເຖິງບັນດາຄູ່ຮ່ວມມື ແລະ ຜູ້ບໍລິໂພກອຸປະໂພກບັນດາປະເພດສິນຄ້າທີ່ເປັນເອກະລັກສະເພາະຂອງ ລາວ. ນີ້ແມ່ນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງ ລາວ ໄດ້ຜະລິດຕາມວິທີອົງຄະທາດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ສະໜຸນໄພ, ຜັກໝາກໄມ້…

        ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດານີ້, ສະຖານກົງສູນໃຫຍ່ ລາວ ກໍ່ແນະນຳໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ບັນດາລາຍການສະແດງສິລະປະຟ້ອນລຳທຳເພງທີ່ເປັນມູນເຊື້ອ, ວັດທະນະທຳການກິນດື່ມຂອງ ລາວ ແລະ ຮຽກຮ້ອງການລົງທຶນເຂົ້າເຂດເສດຖະກິດພິເສດ Savan Seno ຢູ່ແຂວງ ສະຫວັນນະເຂດ.

ໄຂເຫດການໂຄສະນາເຜີຍແຜ່ສິນຄ້າຂອງ ລາວ ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ - ảnh 2 ບັນດາປະເພດຜະລິດຂອງ ລາວ
ໄຂເຫດການໂຄສະນາເຜີຍແຜ່ສິນຄ້າຂອງ ລາວ ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ - ảnh 3

ຕອບກັບ

ຂ່າວ/ບົດ​ອື່ນ