ໄຊຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍ

ໄຊຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍ - ảnh 1
ລາຍການສະແດງໃນ “ຊຸມ​ມື້​ວັດທະນະທຳ ​​​ໄຕ​ງວຽນ ຢູ່ ຮ່າ​​ໂນ້ຍຄັ້ງ​ທີ 2”
ພາບ:TTXVN


(vovworld) - ມີ​ນັກ​ສິລະປີນ, ນັກ​ສິລະ​ປະກອນກວ່າ 300 ຄົນ ຢູ່ ບັນດາ​ແຂວງ Dallak, Kontum, Gia lai, Daknong ​ແລະ Lam Dong ​ໄດ້​ເຂົ້າ​ຮ່ວມ “ຊຸມ​ມື້​ວັດທະນະທຳ ​​​ໄຕ​ງວຽນ ຢູ່ ຮ່າ​​ໂນ້ຍຄັ້ງ​ທີ 2 ຊຶ່ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 28/8 ຢູ່ ຮ່າ​ໂນ້ຍ. ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ​ໄຕ​ງວຽນ ສີສັນ​ວັດທະນະທຳ, ຊຸມ​ມື້​ວັດທະນະທຳ ​ໄຕ​ງວຽນ ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອຸດົມ​ສົມບູນ​ຫລາຍ​ຢ່າງ​ແລະ​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ເຂດ ​ໄຕ​ງວຽນ​ຄື: ງານ​ວາງສະ​ແດງ, ງານ​ຕະຫລາດນັດ, ການ​ພົບ​ປະ​ສົນທະນາ, ກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ແລກປ່ຽນ​ສິລະ​ປະ. ກ່າວ​ຄ​ຳ​ເຫັນ​ໄຂ​ຊຸມ​ມື້​ວັດທະນະທຳ​ໄຕ​ງວຽນ ຢູ່ ຮ່າ​ໂນ້ຍ, ທ່ານ  Ho Anh Tuan ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ໄຕ​ງວຽນ ​ແມ່ນ​ເຂດ​ດິນ​ແດນ​ທີ່​ກວ້າງ​ໃຫຍ່​ໄພສານ, ​​ເຕັມ​ໄປ​ດ້ວຍ​ສີສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ​ແລະ ຖືກ​ພັນ​ລະນາ​ຜ່ານ​ບັນດາ​ບົດ​ກະວີ, ດົນຕີ, ພາບ​ແຕ້ມ… ປະຈຸ​ບັນ ​​ຮູບ​ພາບ​ກ່ຽວ​ກັບ​ໄຕ​ງວຽນ​ໄດ້​ນຳ​ມາສະ​ແດງ​ຢູ່ ນະຄອນຫລວງ ຮ່າ​ໂນ້ຍ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ອາລົມ​ຈິດ​ຂອງ​ຊາວ​ໄຕ​ງວຽນ, ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໃນຊຸມ​ມື້​ວັດທະນະທຳ​ໄຕ​ງວຽນ ຢູ່ ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້ ຊາວ​ນະ​ຄອນ​ຫລວງ ​ຮ່າ​ໂນ້ຍ  ​ແລະ ຊາວ​ໄຕ​ງວຽນ ​ໃກ້ຊິດຕິດ​ແທດ​ນຳ​ກັນກວ່າ, ມີ​ຄວາມ​​ເຂົ້າ​ອົກເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ກວ່າ ​ເພື່ອ​ພອ້ມກັນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ ​ທັງໄຕ​ງວຽນ ກໍ​ຄື ຮ່າ​ໂນ້ຍ.

 

 

ຂ່າວ/ບົດ​ອື່ນ