ໄຕນິງ ຕ້ອງຮ່ວມແຮງຮ່ວມໃຈ ເພື່ອປະຕິບັດເປົ້າໝາຍພັດທະນາ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໄດ້ຕີລາຄາສູງ ການປ່ຽນແປງໃໝ່ຈິນຕະນາການ ພ້ອມກັບມາດຕະການແກ້ໄຂຢ່າງຄົບຊຸດ ຂອງອຳນາດການປົກຄອງທຸກຂັ້ນ.
ໄຕນິງ ຕ້ອງຮ່ວມແຮງຮ່ວມໃຈ ເພື່ອປະຕິບັດເປົ້າໝາຍພັດທະນາ - ảnh 1(ທ່ານປະທານສະແຫ່ງຊາດ ເວືອງດິງເຫວະ ໄດ້ເຮັດວຽກກັບຄະນະປະຈຳການພັກແຂວງ ໄຕນິງ)

ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງທິດຕາເວັນອອກພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 03 ມັງກອນ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ເຮັດວຽກກັບຄະນະປະຈຳການພັກແຂວງ ໄຕນິງ.

ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໄດ້ຕີລາຄາສູງການປ່ຽນແປງໃໝ່ຈິນຕະນາການ ພ້ອມກັບມາດຕະການແກ້ໄຂຢ່າງຄົບຊຸດຂອງອຳນາດການປົກຄອງທຸກຂັ້ນ. ຜ່ານນັ້ນ, ຊ່ວຍໃຫ້ເສດຖະກິດຂອງ ໄຕນິງ ສືບຕໍ່ເຕີບໂຕ; ຮັບປະກັນການໜູນຊ່ວຍສັງຄົມ; ພິເສດແມ່ນວຽກງານຫຼຸດຜ່ອນຄວາມທຸກຍາກ ບັນລຸໝາກຜົນສູງ… ທ່ານປະທານສະພາແຫ່ງຊາດ ສະເໜີວ່າ, ໃນໄລຍະຈະມາເຖິງ, ແຂວງ ໄຕນິງ ສືບຕໍ່ສູ້ຊົນ, ຕັດສິນໃຈບັນລຸລະດັບເຕີບໂຕສູງ; ສົມທົບກັບສູນກາງສ້າງບັນດາແຜນຮ່າງ. ພ້ອມກັນນັ້ນ, ສ້າງແຜນຮ່າງ ພັດທະນາລະບົບມູນຄ່າຜະລິດຕະພັນກະເສດໃນການເຊື່ອມຕໍ່ເສດຖະກິດເຂດຊາຍແດນກັບ ກຳປູເຈຍ; ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງ ກັບບັນດາທ້ອງຖິ່ນພາຍໃນເຂດ ແລະ ກັບປະເທດ ກຳປູເຈຍ; ສຸມໃສ່ພັດທະນາເຂດຕົວເມືອງ; ພ້ອມກັບບັນດາກະຊວງທີ່ກ່ຽວຂ້ອງເຮັດແຈ້ງເນື້ອໃນວ່າ ຄືແນວໃດແມ່ນ ສູນການຄ້າ ແລະ ສູນໝູນວຽນສິນຄ້າ, ເຊື່ອມຕໍ່ logicstic ເພື່ອຜັນຂະຫຍາຍ.

ຕອນບ່າຍວັນດຽວກັນ, ຢູ່ແຂວງ ໄຕນິງ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໄດ້ພົບປະກັບບັນດາກຳລັງທີ່ມີໜ້າທີ່ເຄື່ອນໄຫວຢູ່ດ່ານຊາຍແດນສາກົນ ມົກບ່າຍ; ເຂົ້າຮ່ວມລາຍການສາມັກຄີກອງທັບ - ປະຊາຊົນ ຂ່ຳນັບຕ້ອນຮັບພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (03 ມີນາ 1959 – 03 ມີນາ 2024); ມອບຂອງຂວັນໃຫ້ 100 ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເຂດຊາຍແດນຂອງເມືອງ ເບັນເກົ່າ, ແຂວງ ໄຕນິງ.

ຕອບກັບ

ຂ່າວ/ບົດ​ອື່ນ