ໄທ: EC ປະກາດບັນຊີລາຍຊື່ສະມາຊິກລັດຖະສະພາໄດ້ຮັບເລືອກຕັ້ງຢູ່ສະພາຕ່ຳ 349 ຄົນ

(VOVWORLD) -ວັນທີ 07 ພຶດສະພາ, ຄະນະກຳມະການເລືອກຕັ້ງໄທ (EC) ປະກາດວ່າ ໄດ້ຮັບຮອງເອົາບັນຊີລາຍຊື່ສະມາຊິກລັດຖະສະພາ 349 ຄົນທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ສະພາຜູ້ແທນລາຊະດອນ ຢູ່ບັນດາເຂດເລືອກຕັ້ງໃນວັນທີ 24 ມີນາ.

ໄທ: EC ປະກາດບັນຊີລາຍຊື່ສະມາຊິກລັດຖະສະພາໄດ້ຮັບເລືອກຕັ້ງຢູ່ສະພາຕ່ຳ 349 ຄົນ - ảnh 1 ມີສະມາຊິກລັດຖະສະພາ 349 ຄົນທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ສະພາຜູ້ແທນລາຊະດອນ

(ພາບປະກອບ: Kyodo/TTXVN)

ໃນບັນຊີລາຍຊື່ດັ່ງກ່າວ, ພັກເພື່ອໄທ ນຳໜ້າດ້ວຍສະມາຊິກລັດຖະສະພາໄດ້ຮັບໄຊຊະນະໃນການເລືອກຕັ້ງ 136 ທ່ານ, ຖັດມາແມ່ນພັກ ພະລັງ ປະຊາຣັດ ມີສະມາຊິກລັດຖະສະພາ 97 ທ່ານ. ສ່ວນຍັງເຫຼືອແມ່ນສັງກັດພັກ ພູມໃຈໄທ, ພັກອະນາຄົດໃໝ່, ພັກຊາດໄທພັດທະນາ…

        ຄາດວ່າ, EC ຈະປະກາດບັນຊີລາຍຊື່ສະມາຊິກສະພາຜູ້ແທນລາດຊະດອນ 150 ທ່ານ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຕາມບັນຊີລາຍຊື່ພັກ ໃນວັນທີ 08 ພຶດສະພາ, ພາຍຫຼັງສານລັດຖະທຳມະນູນອອກມະຕິຕົກລົງວ່າດ້ວຍ ວິທີຈັດແບ່ງຈຳນວນທີ່ນັ່ງໃຫ້ບັນດາພັກ ເຊິ່ງຄາດວ່າ EC ອາດຈະນຳໃຊ້ແມ່ນຖືກຕາມລັດຖະທຳມະນູນຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ