ໄທ ຈັດການເລືອກຕັ້ງທົ່ວປະເທດ

(VOVWORLD) - ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ, ລວມມີ ເລືອກຕັ້ງສະມາຊິກສະພາຕ່ຳ 400 ທ່ານ ຕາມຫົວໜ່ວຍເລືອກຕັ້ງ ແລະ ສະມາຊິກສະພາຕ່ຳ 100 ທ່ານຕາມບັນຊີລາຍຊື່ພັກ.
ໄທ ຈັດການເລືອກຕັ້ງທົ່ວປະເທດ - ảnh 1(ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ)

ວັນທີ 08 ກຸມພາ, ຜູ້ມີສິດເລືອກຕັ້ງ ໄທ ເກືອບ 53 ລ້ານຄົນ ໄດ້ເລີ່ມເຂົ້າຮ່ວມການປ່ອນບັດເລືອກຕັ້ງທົ່ວປະເທດ ເລືອກເອົາສະມາຊິກສະພາຕ່ຳ 500 ທ່ານ ເພື່ອສ້າງຕັ້ງສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່, ພາຍຫຼັງສະພາແຫ່ງຊາດປະເທດນີ້ຖືກຍົກເລີກກ່ອນກຳນົດເວລາໃນວັນທີ 12 ທັນວາ 2025.

ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ, ລວມມີ ເລືອກຕັ້ງສະມາຊິກສະພາຕ່ຳ 400 ທ່ານ ຕາມຫົວໜ່ວຍເລືອກຕັ້ງ ແລະ ສະມາຊິກສະພາຕ່ຳ 100 ທ່ານຕາມບັນຊີລາຍຊື່ພັກ. ທ່ານນາຍົກລັດຖະມົນຕີ ໄທ ບໍ່ໄດ້ຮັບການເລືອກຕັ້ງໂດຍກົງ ແຕ່ສະພາຕ່ຳຊຸດໃໝ່ຈະເລືອກຕັ້ງໃນຈຳນວນຜູ້ສະໝັກຮັບເລືອກຕັ້ງໂດຍບັນດາພັກການເມືອງສະເໜີ. ສິ່ງທີ່ໜ້າສົນໃຈ, ນີ້ແມ່ນຄັ້ງທຳອິດນັບແຕ່ລັດຖະທຳມະນູນ 2017 ໄດ້ຮັບຮອງເອົາ, ສະມາຊິກສະພາສູງບໍ່ມີສິດເລືອກຕັ້ງ.

ການເລືອກຕັ້ງຈະສິ້ນສຸດໃນເວລາ 5 ໂມງຂອງວັນດຽວກັນ ແລະ ຄາດວ່າ ຈະປະກາດໝາກຜົນບໍ່ເປັນທາງການຂອງ 90% ຍອດຈຳນວນບັດເລືອກຕັ້ງໃນເວລາແຕ່ 21 – 23 ໂມງຂອງວັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ