(VOVWORLD) - ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.
ພາຍຫຼັງເກີດເຫດວາງສະເບີດ ແລະ ຈຸດເຜົາ, ທຳລາຍຢ່າງລຽນຕິດຢູ່ບັນດາແຂວງທາງພາກໃຕ້ຂອງ ໄທ ໃນວັນທີ 11 ມັງກອນ, ກອງທັບ ໄທ ໄດ້ຈັດວາງຄຳສັ່ງໄອຍະການເສິກຢູ່ແຂວງ ນະຣາທິວັດ, ພ້ອມກັນນັ້ນ ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນກັບ ມາເລເຊຍ. ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.
ພ້ອມກັນນັ້ນ, ຜູ້ບັນຊາການທະຫານເຂດ 4 ໄດ້ຊີ້ນຳບັນດາກົມກອງກຽມພ້ອມສູ້ຮົບ 24 ຊົ່ວໂມງໃນ 7 ມື້ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບຢ່າງສຸດຂີດຢູ່ບັນດາເຂດຊາຍແດນທາງພາກໃຕ້. ຕາມນັ້ນແລ້ວ, ປະຊາຊົນ, ພາຫະນະ ແລະ ສິນຄ້າໄປມາຜ່ານແດນ ໄທ - ມາເລເຊຍ ຕ້ອງປະຕິບັດຂັ້ນຕອນກວດກາຢ່າງເຄັ່ງຄັດ; ຈັດວາງສຳລັບພົນລະເມືອງຂອງ ໄທ, ຊາວຕ່າງປະເທດ ແລະ ທຸກຮູບແບບແລກປ່ຽນດ້ານການຄ້າຜ່ານຊາຍແດນ.
ຕີລາຄາໃນເບື້ອງຕົ້ນຂອງອົງການປ້ອງກັນຄວາມສະຫງົບຊີ້ໃຫ້ເຫັນວ່າ ບັນດາເຫດວາງລະເບີດ ແລະ ຈຸດເຜົາ, ທຳລາຍໃນຮຸ່ງເຊົ້າວັນທີ 11 ມັງກອນ ອາດຈະແມ່ນການສົ່ງສານກ່ຽວຂ້ອງເຖິງການເລືອກຕັ້ງຂັ້ນທ້ອງຖິ່ນ, ຍິ່ງກວ່າແມ່ນການເຄື່ອນໄຫວກໍການຮ້າຍ ແນໃສ່ກໍ່ຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍ.