ໄທ ຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງໃຫ້ເອເປັກ

(VOVWORLD) - ການຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພວມດຳເນີນຖືກຕາມແຜນການວາງໄວ້
ໄທ ຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງໃຫ້ເອເປັກ - ảnh 1ທ່ານ ສຸພິດ ມານານິຍົມ, ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດ ໄທ (ພາບ: The Nation)
ວັນທີ 21 ຕຸລາ, ສະພາຄວາມໝັ້ນຄົງແຫ່ງຊາດ ແລະ ຕຳຫຼວດແຫ່ງລາຊະອານາຈັກ ໄທ ປະກາດວ່າ: ວຽກງານຮັບປະກັນຄວາມສະຫງົບໃຫ້ແກ່ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (ເອເປັກ 2022) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14 – 19 ພະຈິກ ຈະມາເຖິງໄດ້ກຽມພ້ອມແລ້ວ. ທ່ານ ສຸພິດ ມານານິຍົມ, ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດ ໄທ ໃຫ້ຮູ້ວ່າ: ການຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພວມດຳເນີນຖືກຕາມແຜນການວາງໄວ້. ໃນຂະນະນັ້ນ, ທ່ານ ດຳລົງສັກ ກິຕິຣະທາດ, ຜູ້ບັນຊາການຕຳຫຼວດໄທ ໃຫ້ຮູ້ວ່າ: ຕຳຫຼວດໄທ ພວມສົມທົບຢ່າງແໜ້ນແຟ້ນກັບ ສະພາຄວາມໝັ້ນຄົງແຫ່ງຊາດ ເພື່ອແນໃສ່ຜັນຂະຫຍາຍບັນດາກຳລັງ, ມາດຕະການ, ຍານພາຫະນະ ແລະ ອຸປະກອນວິຊາການຢ່າງຄົບຊຸດ, ມີປະສິດທິຜົນ. ຕຳຫຼວດ ໄທ ຈະລະດົມນາຍຕຳຫຼວດປະມານ 20.000 ຄົນ ເພື່ອຕິດຕາມກວດກາຄວາມສະຫງົບຢູ່ໂຮງແຮມ, ສະຖານທີ່ໂຮມປະຊຸມ, ສະຖານທີ່ຈັດງານລ້ຽງ ແລະ ຕາມເສັ້ນທາງທີ່ຄະນະຜູ້ແທນໄປ - ມາ.

ຕອບກັບ

ຂ່າວ/ບົດ​ອື່ນ