ໄທ ສະເໜີຈັດກອງປະຊຸມຂັ້ນ ລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ

ໄທ ສະເໜີຈັດກອງປະຊຸມຂັ້ນ ລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ພາບປະກອບ
(ຈາກ Getty)

(vovworld) - ວັນ​ທີ 23/5, ​ໄທ ​ໄດ້​ສະ​ເໜີ​ດຳ​ເນີນ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໃນ​ເດືອນ 8 ​ເພື່ອ​ປັບປຸງ​ຫຼັກ​ໝັ້ນ​ລວມກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເລຂາ​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ​ໄທ ສີຫະ​ສັກ ພວງ​ເກດ​ແກ້​ວ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງກ່າວ​​ໃນ​ໄລຍະ​ເວລາ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ປະຊຸມ​ຢູ່ ບຣູ​ໄນ. ທ່ານ ສີຫະ​ສັກ ພວງ​ເກດ​ແກ້​ວ​ ​ໃຫ້​ຮູ້​ວ່າ, ບັນດາ​ຄູ່​ຕຳ​ແໜ່​ງກັບ​ທ່ານ​ພວມ​ທາ​ບທາມ​ຄວາມ​ເຫັນ​ກັບ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຕົນ​ກ່ອນ​ທີ່​ກຳນົ​ດ​ເວລາ​ຈັດ​ກອງ​ປະຊຸມ​ຢ່າງລະອຽດ. ກຸ່ມ​ປະຕິບັດ​ງານ ອາ​ຊຽນ - ຈີນ ກ່ຽວ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຄາດ​ວ່າ​ຈະ​ຈັດ​ກອງ​ປະຊຸມ​​ໃນວັນ​ທີ 29/5 ຢູ່​ໄທ. ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ມີ​ແຜນການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ຈີນ ຢູ່ ປັກ​ກິ​ງ ​ໃນ​ເດືອນ 9 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ພິ​ພາດ​ກັນບົນ​ທະ​ເລ, ລວມມີ​ແບບ​ວິທີ​ເພື່ອ​ບັນລຸປະມວນ​ຫຼັກການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ເທ​ລະ​ຕາ​ເວັນ​ອອກ (COC). ​ປະຈຸ​ບັນ, ໄທ ພວມ​ຮັກສາ​ຕຳ​ແໜ່​ງ​ເປັນ​ຜູ້​ປະສານ​​ການ​ພົວພັນ ອາ​ຊຽນ - ຈີນ.

ຂ່າວ/ບົດ​ອື່ນ