ໄທ ແລະ ອິນເດຍ ເພີ່ມທະວີການຮ່ວມມື

ໄທ ແລະ ອິນເດຍ ເພີ່ມທະວີການຮ່ວມມື - ảnh 1
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ​
ຢ້ຽມຢາມ​ປະ​ເທດ​​ໄທ ຢ່າງ​ເປັນ​ທາງ​ການ
(ພາບ: btv.org.vn)


(vovworld) - ວັນ​ທີ 30/05, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ​ໄດ້​ໄປ​ຮອດ​ນະຄອນຫຼວງບາງກອ​ກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ​​ໄທ ຢ່າງ​ເປັນ​ທາງ​ການ, ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ. ​ໃນ​ການ​ເຈລະຈາ​ລະ​ຫວ່າງ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ​ ສິນ​ນະວັດ, 2 ຝ່າ​ຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການພົວພັນ 2 ຝ່າຍ ​ແລະ ​ພົວພັນ​ຫຼາຍ​ຝ່າຍ​ລະຫວ່າງ​ 2 ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ວາງ​ຂອບ​ເຂດ​ໃຫ້​ແກ່​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ຮອບ​ດ້ານ​ລະຫວ່າງ​ໄທ - ອິນ​ເດຍ ​ແລະ ຄາດ​ວ່າ​ຈະ​ລົງ​ນາມ​ໃນ​ທ້າຍ​ປີ 2013 ນີ້. ບັນ​ຫາ​ເຂດ​ເສດຖະກິດ​ພິ​ເສດ Dawei ຢູ່ ມ້ຽນມາ ​ໂດຍ​ໄທ​ ​ເປັນ​ຜູ້​ລິ​ເລີ່​ມກໍ​ຖືກ​ຍົກ​ອອກ​ມາ​ເພື່ອປຶກສາ​ຫາລື ​​ເພື່ອແນ​ໃສ່​ສຳ​ຫຼວດຄວາມ​ສາມາດ​ຮ່ວມ​ມື​ຂອງ​ອິນ​ເດຍ. ​ໄທ ປາດ​ຖະໜາ​ຢາກ​ຊຸກຍູ້​ໂຄງການ​ນີ້ ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​​ອິນ​ເດຍ ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ພ້ອມ​ທັງ​ປະກອບສ່ວນ​ຊ່ວຍ​ໃຫ້​ອິນ​ເດ​ຍ ປະຕິບັດສຳ​ເລັດ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່ທິດຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ