ໄທຕໍ່ກຳນົດເວລາສະພາວະສຸກເສີນ ຢູ່ 3 ແຂວງເຂດໃຕ້ສຸດ.

ໄທຕໍ່ກຳນົດເວລາສະພາວະສຸກເສີນ      ຢູ່ 3 ແຂວງເຂດໃຕ້ສຸດ. - ảnh 1
            ສະພາບການໃຊ້ຄວາມຮຸນແຮງຢູ່ເຂດໃຕ້ຂອງໄທໃນໄລຍະຜ່ານມາ                             
                             ພາບປະກອບ: internet


(vovworld) - ວັນ​ທີ 13/3 ລັດຖະບານ​ໄທ​ໄດ້​ຕົກລົງ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 3 ​ເດືອນ​ສຳລັບ​ຄຳ​ສັ່ງ​ຮັກສາ​ສະພາວະ​ສຸກ​ເສີນ​ທີ່​ຖືກ​ສ້າງ​ຂຶ້ນ​ກ່ອນ​ນີ້​ຢູ່ 3 ​ແຂວງ​ຕອນ​ໃຕ້​ສຸດ​ຂອງ​ໄທ. ຕາມ​ນັ້ນ​ແລ້ວ, ຄຳ​ສັ່ງ​ສະພາວະ​ສຸກ​ເສີນ​ຈະ​ສືບ​ຕໍ່​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 20/3 ​ເຖິງ​ວັນ​ທີ 19/6 ​ແລະ ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ​ມີ​ສິດ​ພິ​ເສດ​ໃນ​ການ​ຈັບ​ຕົວ ​ແລະ ຄຸ້ມ​ຂັງ​ບັນດາ​ຜູ້​ຖືກ​ສົງ​ໄສ​ໃນ​ຮອບ​ເວລາ 30 ວັນ ​ໂດຍ​ບໍ່​ຕ້ອງນຳ​ຂຶ້ນ​ສານພິພາກສາ. ລັດຖະບານ​ໄທ​ໃຫ້​ຮູ້​ວ່າ ​ເລື່ອງ​ຮັກສາ​ສະພາວະ​ສຸກ​ເສີນ​ໄວ້​ແມ່ນ​ຄວາມ​ຈຳ​ເປັນ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ແຂວງ​ນີ້. ການວາງ​ລະ​ເບີດ​ຄັ້ງ​ຫລ​້າສຸດ​ຢູ່​ແຂວງ ນະ​ຣາທິວາດ ​ເກິ​ດຂຶ້ນ​ໃນ​ວັນ​ທີ 8/3 ຜ່ານ​ມາ​ໄດ້​ເຮັດ​ໃຫ້​ພົນ​ທະຫານ 4 ຄົນ​ເສຍ​ຊີວິດ.​ ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ໃນ 8 ປີຜ່າ​ນມາ​ຢູ່​ຕອນ​ໃຕ້​ສຸດ​ຂອງ​ໄທ ​ໄດ້​ເຮັດ​ໃຫ້ 5.200 ຄົນ​ເສຍ​ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ