ພາບປະກອບ:internet
|
(vovworld)- ຕາມການສັງເກດຂອງພາກສ່ວນຄາດຄະເນ, ໄຈ້ແຍກ ແລະ ໃຫ້ຄຳປຶກສາກ່ຽວກັບຄວາມສ່ຽງ(EIU) ຂຶ້ນກັບກຸ່ມບໍລິສັດ “The Economist” ຂອງ ອັງກິດ ໃຫ້ຮູ້ວ່າ: ບັນດາມາດຕະການຮັກສາລາຄາໃຊ້ສອຍ ເປັນປົກກະຕິ ໃນໂອກາດບຸນເຕັດ ຊື່ງລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ຈະປະກອບສ່ວນຫລຸດຜ່ອນອັດຕາໄພເງິນເຟີ້ລະດັບປານກາງຂອງພື້ນຖານເສດຖະກິດ ທັງປີ 2015. ໃນຂະນະນັ້ນ, ຕາມການປະກາດຂອງກົມໃຫຍ່ສະຖິຕິ ຫວຽດນາມແລ້ວ, ດັດຊະນີລາຄາໃຊ້ສອຍ (CPI) ໃນເດືອນ 2/2015 ຫລຸດລົງ 0,05% ເມື່ອທຽບໃສ່ເດືອນກ່ອນ ຍ້ອນລາຄານ້ຳມັນຫລຸດລົງ. ທຳມະດາໃນຫລາຍປີຜ່ານມາ ລະດັບລາຄາໃຊ້ສອຍ CPI ເຄີຍເພີ່ມຂຶ້ນໃນໂອກາດບຸນເຕັດ. ຄາດຄະເນກ່ຽວກັບ CPI ໃນເດືອນ 3, ກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: CPI ຈະບໍ່ຫລຸດລົງຢ່າງແຮງຄືຊຸມປີກ່ອນນີ້ ຍ້ອນກຳລັງຊື້ບໍ່ຫັນປ່ຽນ, ລາຄາບັນດາປະເພດສິນຄ້າເປັນປົກກະຕິ ແລະ ຜົນສະທ້ອນຈາກລາຄານ້ຳມັນບໍ່ຫລາຍ.