ໄລຍະ2016-2020ຕ້ອງສູ້ຊົນມີ50%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່

ໄລຍະ2016-2020ຕ້ອງສູ້ຊົນມີ50%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່ - ảnh 1
ກອງ​ປະຊຸມ​ຄະນະຊີ້​ນຳ​ຕີ​ລາຄາ​ໝາກຜົນ​
ການ​ປະຕິບັດ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່
(ພາບ: vovgiaothong.vn)


​​(vovworld) - ໄລຍະ 2016-2020 ຕ້ອງ​ສູ້​ຊົນ​ມີ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ນີ້​ແມ່ນ​ຄ​ຳ​ຮຽກຮ້ອງ​ຂອງທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ທີ່​ກອງ​ປະຊຸມ​ຄະນະຊີ້​ນຳ​ ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ປຶກສາ​ຫາລື​ເຖິງ​ບັນຫາ​ໜ້າ​ທີ່​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 08/07 ຢູ່​ສຳນັກງານ​ລັດຖະບານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ່​​ໃສ່​ໃຈ​ວ່າ, ນັບ​ແຕ່​ນີ້​ຮອດ​ປີ 2020, ຢູ່​​ແຕ່ລະ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ຢ່າງ​ໜ້ອຍ​ສຸດ​ຕ້ອງ​ມີ​ເມືອງ​ໜຶ່ງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ່​ສະ​ເໜີ​ເພີ່ມ​ຄ່າ​ໃຊ້​ຈ່າຍ ​ເພື່ອ​ມີ​ແຫຼ່ງກຳລັງ​ຊຸກຍູ້ໂຄງການ​ໃຫ້​ບັນລຸ​ຈຸດໝາຍ ​ໄລຍະ 2010 – 2015; ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາຕາ​ແສງ​ຫຍຸ້ງ​ຍາກ ​​ແລະ ບັນດາ​ຕາ​ແສງ​ສູ້​ຊົນ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​​ໃນປີ 2015… ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ສະ​ເໜີ​ຄະນະ​ຊີ້​ນຳຕັ້ງໜ້າ​ຊຸກ​ຍູ້, ກວດກາ, ຊີ້ນຳ​ບັນດາ​ທ້ອງ​ຖິ່ນ​ຍູ້​ແຮງ​​ຄວາມ​ຄືບ​ໜ້າ, ສຸມ​ໃສ່​ປະຕິບັດສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ