ໄວ​ໜຸ່ມ ນະ​ຄອນຫຼວງ ຜັນ​ຂະ​ຫຍາຍຫຼາຍ​ກິດ​ຈະ​ກຳໃນ “ວັນ​ສະ​ມາ​ຊິກ​ຊາວ​ໜຸ່ມ” ປີ 2024

(VOVWORLD) -  ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄົບຮອບ 93 ປີ (26/03/1931 – 26/03/2024), ວັນທີ 24 ມີນາ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດລາຍການ “ວັນສະມາຊິກຊາວໜຸ່ມ” ປີ 2024 ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ. 

ຕາມທ່ານ ຫງວຽນຕຽນຮຶງ, ຮອງປະທານຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລ້ວ, ຜ່ານບັນດາກິດຈະກຳຊ່ວຍໜູນສັງຄົມ ແມ່ນເພື່ອແນໃສ່ເພີ່ມທະວີບົດບາດຂອງອົງການຈັດຕັ້ງຊາວໜຸ່ມ ຮ່ວມເດີນທາງພ້ອມກັບຊາວໜຸ່ມໃນຫຼາຍການເຄື່ອນໄຫວ.

              “ຄະນະຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມຂອງນະຄອນຫຼວງ ສືບຕໍ່ປະຕິບັດຫຼາຍກິດຈະກຳ, ໜ້າວຽກທີ່ຫຼາຍຮູບຫຼາຍແບບ, ສຸມໃສ່ຫຼາຍເນື້ອໃນຄື: ສົ່ງເສີມການສ້າງຕັ້ງບັນດາອົງການຈັດຕັ້ງຊາວໜຸ່ມຢູ່ຮາກຖານ, ວິສາຫະກິດ, ປະຕິບັດບັນດາກິດຈະກຳ, ໜ້າວຽກຊ່ວຍໜູນການຮັບປະກັນຊີວິດສັງຄົມ, ການເຄື່ອນໄຫວເພື່ອວົງຄະນະຍາດ… ບັນດາການເຄື່ອນໄຫວມຸ່ງໄປເຖິງເປົ້າໝາຍລວມ ສ້າງສະພາບແວດລ້ອມຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກຊາວໜຸ່ມ, ເພື່ອໃຫ້ສະມາຊິກຊາວໜຸ່ມມີໂອກາດອຸທິດສ່ວນ, ປະກອບສ່ວນເຂົ້າໃນການພັດທະນາຂອງສັງຄົມ.”

              ປີນີ້, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແນໃສ່ດູແລສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເຍົາວະຊົນ. ໄປຄຽງຄູ່ກັນນັ້ນ, ໄວໜຸ່ມນະຄອນຫຼວງກໍໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຊ່ວຍໜູນຊີວິດສັງຄົມ, ອາສາສະໝັກເພື່ອວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ