ໄວໜຸ່ມນະຄອນໂຮ່ຈີມິນແຜ່ກະຈາຍນ້ຳໃຈອາສາສະໝັກ

(VOVWORLD) -ສິ້ນສຸດບັ້ນເຄື່ອນໄຫວ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ພ້ອມກັບບັນດານັກອາສາສະໜັກ ປະຕິບັດສຳເລັດລື່ນກາຍຄາດໝາຍພື້ນຖານທີ່ໄດ້ຮັບມອບໝາຍ.
ໄວໜຸ່ມນະຄອນໂຮ່ຈີມິນແຜ່ກະຈາຍນ້ຳໃຈອາສາສະໝັກ - ảnh 1 (ພາບປະກອບ: baotintuc.vn)

ຕອນຄ່ຳວັນທີ 16 ສິງຫາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີສະຫຼຸບ ບັ້ນເຄື່ອນໄຫວໄວໜຸ່ມອາສາສະໝັກລະດູແລ້ງປີ 2020, ພາຍຫຼັງການເຄື່ອນໄຫວຢ່າງຟົດຟື້ນເປັນເວລາ 36 ວັນຢູ່ບໍລິເວນ 24 ເມືອງຂອງນະຄອນ.

        ບັ້ນເຄື່ອນໄຫວໄວໜຸ່ມອາສາສະໝັກລະດູແລ້ງນະຄອນໂຮ່ຈີມິນ 2020 ຖືກດຳເນີນໃນລະຫວ່າງວັນທີ 12 ກໍລະກົດ ຫາວັນທີ 16 ສິງຫາ 2020 ອັນໄດ້ດຶງດູດຊາວໜຸ່ມ, ນັກຮຽນ, ນັກສຶກສາ, ຄູອາຈານ, ປັນຍາຊົມໜຸ່ມ…. ໃນທົ່ວນະຄອນເຂົ້າຮ່ວມປະຕິບັດຫຼາຍກິດຈະການ, ວຽກງານທີ່ມີຄວາມໝາຍ.

        ສິ້ນສຸດບັ້ນເຄື່ອນໄຫວ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ພ້ອມກັບບັນດານັກອາສາສະໜັກ ປະຕິບັດສຳເລັດລື່ນກາຍຄາດໝາຍພື້ນຖານທີ່ໄດ້ຮັບມອບໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ