ໜັງສືພິມ ຍີ່ປຸ່ນ ໃຫ້ຂ່າວກ່ຽວກັບການໄປຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ

(VOVWORLD) - ກ່ອນທີ່ດຳເນີນການໄປຢ້ຽມຢາມ ຍີ່ປຸ່ນ ທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໜັງສືພິມ ຍີ່ປຸ່ນ (The Japan Times) ສະບັບອອກວັນທີ 28 ພຶດສະພາ, ໄດ້ຄັດສະເໜີຢ່າງສົມກຽດບົດຂຽນວິເຄາະກ່ຽວກັບຄວາມສຳຄັນຂອງການຢ້ຽມຢາມກໍ່ຄືຍົກອອກການພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ບົດຂຽນຢືນຢັນວ່າ: ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ພັດທະນາຮອບດ້ານການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ, ຕອບສະໜອງຄວາມປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ອາຊີ - ປາຊີຟິກ.

        ໜັງສືພິມຢືນຢັນວ່າ: ການໄປຢ້ຽມຢາມ ຍີ່ປຸ່ນ ທາງລັດຖະກິດຄັ້ງທຳອິດ ແຕ່ວັນທີ 29 ພຶດສະພາ ຫາວັນທີ 02 ມິຖຸນາ 2018 ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຍັງມີຄວາມໝາຍສຳຄັນເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ (1973 – 2018) ອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ