ໜັງ​ສື​ພິມ ອາ​ເມ​ລິ​ກາ: ລົງ​ທຶນ​ເຂົ້າ​ຄົມ​ມະ​ນາ​ຄົມ ແມ່ນ “ລູກ​ກຸນ​ແຈ” ເພື່ອ​ໃຫ້​ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແຮງ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ

(VOVWORLD) -ຕາມຜູ້ຂຽນແລ້ວ, ການປັບປຸງເຄືອຂ່າຍການທ່ອງທ່ຽວຈະສ້າງຜົນສະທົບຢ່າງເລິກເຊິ່ງຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຂອງ ຫວຽດນາມ ດ້ວຍວິທີການເພີ່ມບັນດາການເຄື່ອນໄຫວເສດຖະກິດທີ່ມີຄວາມເປັນໄປໄດ້. ສິ່ງນີ້ຈະເຊື່ອມຕໍ່ຜູ້ບໍລິໂພກ ກັບຜູ້ຜະລິດໃຫ້ໄດ້ດີກ່ວາອີກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງສິນຄ້າ ແລະ ຊັບພະຍາກອນດ້ວຍວີທີການເພີ່ມປະສິດທິຜົນໃນການຂົນສົ່ງ.

ວັນທີ 6 ເມສາ, ວາວະສານ borgenmagazine.com ໄດ້ລົງບົດຂຽນທີ່ໃຫ້ຂໍ້ສັງເກດ ນັບແຕ່ເວລາດຳເນີນການປະຕິຮູບເສດຖະກິດຕາມທິດທາງປ່ຽນແປງໃໝ່ ຢູ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງ ພັກກອມມູນິດ ຫວຽດນາມ ແລະ ເນັ້ນໜັກວ່າ ຫວຽດນາມ ໄດ້ມີການເຕີບໂຕເສດຖະກິດທີ່ເປັນໜ້າປະທັບໃຈ, ສ້າງຫຼາຍການເຄື່ອນໄຫວດ້ານເສດຖະກິດ ແລະ ຫຼຸດຜ່ອນອັດຕາຄວາມທຸກຍາກ.

        ຕາມຜູ້ຂຽນແລ້ວ, ການປັບປຸງເຄືອຂ່າຍການທ່ອງທ່ຽວຈະສ້າງຜົນສະທົບຢ່າງເລິກເຊິ່ງຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຂອງ ຫວຽດນາມ ດ້ວຍວິທີການເພີ່ມບັນດາການເຄື່ອນໄຫວເສດຖະກິດທີ່ມີຄວາມເປັນໄປໄດ້. ສິ່ງນີ້ຈະເຊື່ອມຕໍ່ຜູ້ບໍລິໂພກ ກັບຜູ້ຜະລິດໃຫ້ໄດ້ດີກ່ວາອີກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງສິນຄ້າ ແລະ ຊັບພະຍາກອນດ້ວຍວີທີການເພີ່ມປະສິດທິຜົນໃນການຂົນສົ່ງ.

ບົດຂຽນກໍ່ສະຫຼຸບວ່າ ຫວຽດນາມ ພວມຢູ່ ໃນວິວັດການພັດທະນາ ແລະ ຈຳເປັນຕ້ອງການລົງທຶນເຂົ້າເຄືອຂ່າຍຄົມມະນາຄົມ ເພື່ອຮັກສາ ແລະ ເປີດກ້ວາງອັດຕາການເຕີບໂຕ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກໃນການສະໜອງທຶນໃຫ້ແກ່ໂຄງການເສັ້ນທາງດ່ວນເໜືອ - ໃຕ້ ກໍ່ຕາມ, ແຕ່ການປະຕິບັດ ກົດໝາຍວ່າດ້ວຍ ຮູບແບບການພົວພັນຄູ່ຮ່ວມມື ພາກລັດ - ເອກະຊົນ (PPP) ກໍຍັງໄດ້ຮັບການຄາດຫວັງວ່າຈະແກ້ໄຂໄດ້ບັນຫານີ້ ດ້ວຍວີທີການເຮັດໃຫ້ແຫ້ຮູບແບບ PPP ໃນບັນດາໂຄງການພື້ນຖານໂຄງລ່າງ ກາຍເປັນງ່າຍດາຍກ່ວາ ແລະ ດຶງດູດໃຈກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ