ໜັງສືພິມ ອາເມລິກາ ຮຽກຮ້ອງອຳນາດການປົກຄອງຮັບຮອງພື້ນຖານເສດຖະກິດການຕະຫຼາດ ຫວຽດນາມ

(VOVWORLD) - ອາເມລິກາ ຄວນຮັບຮູ້ພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ. ຕາມບົດຂຽນແລ້ວ, ຫວຽດນາມ ແລະ ອາເມລິກາ ປະຈຸບັນໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ
ໜັງສືພິມ ອາເມລິກາ ຮຽກຮ້ອງອຳນາດການປົກຄອງຮັບຮອງພື້ນຖານເສດຖະກິດການຕະຫຼາດ ຫວຽດນາມ - ảnh 1 ພາບປະກອບ

ວັນທີ 25 ມິຖຸນາ, ແມ່ນມື້ເຮັດວຽກທຳອິດຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ໜັງສືພິມ The Washington Times ໄດ້ມີບົດວິເຄາະຖືວ່າ: ອາເມລິກາ ຄວນຮັບຮູ້ພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ. ຕາມບົດຂຽນແລ້ວ, ຫວຽດນາມ ແລະ ອາເມລິກາ ປະຈຸບັນໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ. ການພົວພັນລະຫວ່າງ 2 ປະເທດມີບາດກ້າວພັດທະນາບຸກທະລຸ ນັບແຕ່ເມື່ອ 2 ຝ່າຍປະອະດິດຕະການທີ່ເຈັບປວດໄວ້, ມຸ່ງໄປເຖິງອະນາຄົດໃໝ່ດ້ວຍວິໄສທັດກ້ວາງຂວາງກ່ວາ.

        ຕາມບົດວິເຄາະແລ້ວ, ສັນຍາການຄ້າ 2 ຝ່າຍ (BTA) ຫວຽດນາມ - ອາເມລິກາ ໄດ້ຮັບການລົງນາມໃນປີ 2001 ກໍ່ໄດ້ຍົກອອກສັນຍານຕັ້ງໜ້າສຳລັບບັນດານັກລົງທຶນ, ພິເສດແມ່ນບັນດານັກຜະລິດຕ່າງປະເທດຢາກລົງທຶນຢູ່ ຫວຽດນາມ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ອາເມລິກາ ຍັງມີຄວາມປະເອີບໃຈກ່ຽວກັບບັນດາບາດກ້າວເດີນຕັ້ງໜ້າຂອງ ຫວຽດນາມ ໃນການບັນລຸໄດ້ບັນດາມາດຕະຖານຂອງພື້ນຖານເສດຖະກິດການຕະຫຼາດ.

        ບົດວິເຄາະໄດ້ຄັດສະເໜີຄຳເວົ້າຂອງທ່ານສາດສະດາຈານ Carlyle Thayer, ສັງກັດມະຫາວິທະຍາໄລ New South Wales, Canberra, ຂຶ້ນກັບສະຖາບັນປ້ອງກັນປະເທດ ອົດສະຕາລີ ຖືວ່າ: ຖ້າຫາກ ຫວຽດນາມ ໄດ້ຮັບຮູ້ກ່ຽວກັບພື້ນຖານເສດຖະກິດການຕະຫຼາດ, “ຫວຽດນາມ ຈະໄດ້ຮັບລະດັບພາສີຕ່ຳກ່ວາຂອງ ອາເມລິກາ ເມື່ອທຽບໃສ່ປະຈຸບັນ”. ແລະກໍ່ຕາມ ໜັງສືພິມ The Washington Times ແລ້ວ, ເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນດວງດາວທີ່ພວມບື່ນຂຶ້ນຢູ່ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ປະຕິບັດນະໂຍບາຍປ່ຽນແປງໃໝ່ນັບແຕ່ປີ 1986, ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນພ້ອມທັງຊ່ວຍເຮັດໃຫ້ຄົນຊັ້ນກາງເພີ່ມຂຶ້ນ.

        ເພື່ອເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ ກ່ວາອີກ, ບົດຂຽນຖືວ່າ: ອາເມລິກາ ຄວນຮັບຮູ້ພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ; ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລດ້ວຍບັນດາການຊ້ອມຮົບທະຫານເຮືອຮ່ວມ; ຜັນຂະຫຍາຍບັນດາການເຄື່ອນໄຫວລາດຕະເວນເສລີໃນການເດີນເຮືອຢູ່ທະເລຕາເວັນອອກຢ່າງເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ