ໜັງສືພິມອັງກິດຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫລາດຂາຍຍ່ອຍຫວຽດນາມ

ໜັງສືພິມອັງກິດຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫລາດຂາຍຍ່ອຍຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​​ ໜັງສືພິມ Financial Times (ການ​ເງິນ​) ຂອງ ອັງກິດ ຫາ​ກໍ່​ມີ​ບົດ​ຂຽນ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫລາດ​ຂາຍຍ່ອຍ​ຂອງ ຫວຽດນາມ, ຕາມ​ນັ້ນ​ແລ້ວ, ຕະຫລາດ​ຂາຍຍ່ອຍ​ຢູ່ ຫວຽດນາມ ນັບ​ມື້​ນັບ​ມີ​ລັກສະນະ​ແກ່ງ​ແຍ້​ງ ​ແລະ ການ​ທ້າ​ທາຍ​ຫລາຍ​ຢ່າງ​. ​ເລື່ອງ​ບັນດາ​ບໍລິສັດ​ຂາຍຍ່ອຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແມ່ນ​ຍ້ອນ ລະບຽບ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ມີ​ຄວາມ​ສະດວກ​ສະບາຍ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ກຸ່ມ​ບໍ​ລິສັດ​ຕ່າງປະ​ເທດ​ແລ້ວ ຕະຫລາດ​ຂາຍຍ່ອຍ​ຂອງ ຫວຽດນາມ ບັນລຸ​ລາຍ​ຮັບ​ປະມານ 110 ຕື້ USD ​ໃນ​ປີ 2015, ​ເພີ່ມ​ຂຶ້ນ 2,4 ເທົ່າ​ເມື່ອ​ທຽບ​ໃສ 5 ປີ​ກ່ອນ, ​ແລະ ຄາດ​ວ່າ ຈະ​ບັນລຸ 179 ຕື້ USD ​ໃນ​ປີ 2020. ບັນດາ​ບໍລິສັດ​ຕ່າງປະ​ເທດພວກ​ເຂົ້າ ​ຫວຽ​ດນານ ​ເພື່ອ​ຍາດ​ແຍ່ງ​ອັດຕາ​ສ່ວນ​ຕະຫລາດ​ທີ່​ມີ​ພົນລະ​ເມືອງ 93 ລ້ານຄົນ. ບົກ​ໜັງສື​ພິມ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດນາມ ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ໃຫຍ່ 2 ສະບັບ ນັ້ນ​ແມ່ນ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ, ນີ້​ຈະ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ສຳຜັດ​ຕະຫລາດ ຫວຽດນາມ. ຄຳ​ໝັ້ນ​ສັນຍາ TPP ​ແລະ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ຈະ​ເປີດ​ປະຕູ​ຕະຫລາດ​ສິນຄ້າ ​ແລະ ການ​ຄ້າ​ເອ​ເລັກ​ໂຕ​ນິກ ກໍ່​ເປັນ​ການ​ໝັ້ນ​ໝາຍ​ບັນດາ​ແຫຼ່ງສະໜອງ​ໃໝ່, “ດຶງ​ດູດ ​ແລະ ປະສິດທິ​ຜົນ” ​ໃຫ້​ຕະຫລາດ​ຂາຍຍ່ອຍ​ສິນຄ້າ ຫວຽດນາມ.

 

ຂ່າວ/ບົດ​ອື່ນ