ໜ່ວຍ​ງານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​​ຂອງ​ການ​ຊີ້​ນຳ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ດ້ວຍທິດນຳທີ່ວ່າສ້າງລັດຖະບານທີ່ໂປ່ງໃສ, ສ້າງສັນ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ມີຂໍ້ລິເລີ່ມສ້າງຕັ້ງໜ່ວຍງານຂອງນາຍົກລັດຖະມົນຕີເມື່ອເດືອນສິງຫາ 2016 ແລະ ໜ່ວຍງານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດທິດນຳການເຄື່ອຍໄຫວຂອງ ລັດຖະບານ.
ໜ່ວຍ​ງານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​​ຂອງ​ການ​ຊີ້​ນຳ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທາງອອນລາຍສະຫຼຸດ 5 ປີແຫ່ງການເຄື່ອນໄຫວຂອງໜ່ວຍງານ (ພາບ: VGP)

        ຕອນເຊົ້າວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບ 5 ປີແຫ່ງການເຄື່ອນໄຫວຂອງໜ່ວຍງານຂອງນາຍົກລັດຖະມົນຕີ. ດ້ວຍທິດນຳທີ່ວ່າສ້າງລັດຖະບານທີ່ໂປ່ງໃສ, ສ້າງສັນ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ມີຂໍ້ລິເລີ່ມສ້າງຕັ້ງໜ່ວຍງານຂອງນາຍົກລັດຖະມົນຕີເມື່ອເດືອນສິງຫາ 2016 ແລະ ໜ່ວຍງານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດທິດນຳການເຄື່ອຍໄຫວຂອງ ລັດຖະບານ. ເມື່ອຕີລາຄາສູງເລື່ອງ ໜ່ວຍງານໄດ້ປະຕິບັດ ໜ້າທີ່ທີ່ໄດ້ມອບໝາຍຈາກນາຍົກລັດຖະມົນຕີເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຖືວ່າ ກຸ່ມປະຕິບັດງານໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນອາຍຸການນີ້. ທ່ານນາຍົກລັດຖະມົນຕີ ແລະ ມີການກະທົບໃຫ້ຮູ້ວ່າ:

        ການເຄື່ອນໄຫວຂອງໜ່ວຍງານໄດ້ສ້າງການແຜ່ຂະຫຍາຍຢ່າງຕັ້ງໜ້າຕໍ່ບັນດາກະຊວງ, ທ້ອງຖິ່ນ, ອົງການສຳນັກງານໃນການປະຕິບັດໜ້າທີ່ທີ່ໄດ້ມອບໝາຍ. ມີຫຼາຍກະຊວງ, ທ້ອງຖິ່ນໃນທົ່ວປະເທດໄດ້ສ້າງຕັ້ງໜ່ວຍງານຂອງກະຊວງ, ທ້ອງຖິ່ນຂອງຕົນບົນເນື້ອໃນຈິດໃຈກຸ່ມປະຕິບັດງານຂອງນາຍົກລັດຖະມົນຕີ ເພື່ອກວດກາຄືນໃໝ່, ສົ່ງເສີມບັນດາວຽກງານ, ໜ້າທີ່ຂອງທ້ອງຖິ່ນ ແລະ ກະຊວງ. ເພາະສະນັ້ນ ໜ່ວຍງານແຕ່ຂັ້ນສູງກາງລົງຮອດທ້ອງຖິ່ນ ສາມາດແກ້ໄຂໄດ້ຄວາມຫຍຸ້ງຍາກ, ສິ່ງຕິດຂັດຫຼາຍຢ່າງກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງບັນດາອົງການ, ສະມາຄົມວິສາຫະກິດ ແລະ ປະຊາຊົນ ຕໍ່ລະບົບການບໍລິຫານແຫ່ງລັດໃນອາຍຸການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ