ໝາກຜົນການເຂົ້າຮ່ວມ ເວທີປາໄສເສດຖະກິດ ໂລກກ່ຽວກັບອາຊີ ຕາເວັນອອກຂອງ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ


ໝາກຜົນການເຂົ້າຮ່ວມ ເວທີປາໄສເສດຖະກິດ ໂລກກ່ຽວກັບອາຊີ ຕາເວັນອອກຂອງ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ - ảnh 1

ທ່ານ​ຫງວຽນ​ເຕິ​ນຢຸງກ່າວ​ປາ​ໄສທີ່ເວລທີ​ປາ​ໄສ​ເສດຖະກິດ​ໂລກ 2014

(ພາບ: doisongphapluat.com)

 (vovworld)- ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ຄອນ​ຄ່ຳວັນ​ທີ 22/5, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້ກັບ​ເມືອ​ຮອດ​ຮ່າ​ໂນ້ຍ ສີ້​ນສຸດການ​ເຂົ້າຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ 2014, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຟີ​ລິບ​ປິນ.

  ​​ໃນ​ຂອບ​ເຂດເວທີ​ປາ​ໄສ​ເສດຖະກິດ​ໂລກຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້ເຂົ້າຮ່ວມ​ ແລະ ກ່າວ​ປາ​ໄສ​ທີ່​ວາລະ​ປຶກສາ​ຫາລື​ທຸກ​ຄັ້ງ. ທີ່​ວາລະ​ໄຂ, ບົດ​ກ່າວ​ປາ​ໄສ​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ, ສ້າງ​ຄວາມ​ປະ​ທັບ​ໃຈ ​ແລະ ການ​ສະໜັບສະໜູນ​ແຮງ​ທີ່​ສຸດ​.

    ​ທາງ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ເນັ້ນໜັກວ່າ, ​ໃນ​ທ່າ​ອ່ຽງ​ເຊື່ອມໂຍງ​ເຂົ້າກັບ​ໂລກ​ນັບ​ມື້​ນັບ​ແຮງ​ນັ້ນ, ການ​ປ່ຽນ​ໃໝ່​ລະບອບລະບຽບການ​ ເສດຖະກິດ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເປັນ​ໄປ ​ແລະ ​ ​ກຳລັງ​ໜູນ​ເຕີບ​ໂຕ​ໄດ້​ສ້າງ​ຂຶ້ນ​ຈາກ​ການ​ປະຕິ​ຮູບ​ໂຄງ​ປະກອບ ​ແລະ ລະບອບລະບຽບ​ການ​ເສດຖະກິດ.

   ​ເມື່ອ​ປະກາດ​ກ່ຽວ​ກັບບັນດາ​ການ​ຜັນ​ແປຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດ ຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເນັ້ນຫນັກສັດຈະທຳທີ່​ວ່າ​: “ບໍ່​ສາມາດ​ພັດທະນາ​ໄດ້​, ຖ້າ​ຫາກ​ບໍ່​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ“.​

   “ການ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງພວມ​ມີ​ການ​ຜັນ​​ແປນັບ​ມື້​ນັບ​ສັບສົນ, ນາບ​ຂູ່​ເຖິງ​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ຢ່າງ​ໜັກໜ່ວງ. ປະຈຸ​ບັນ, ກ່ວາ 3/4 ປະລິມານສິນຄ້າທົ່ວ​​ໂລກ​ຖືກຂົນ​ສົ່ງ​ດ້ວຍ​ທາງ​ທະ​ເລ ​ແລະ 2/3 ຈຳນວນ​ດັ່ງກ່າວ​ແມ່ນ​​ເດີນຜ່ານທະ​ເລ​ຕາ​ເວັນ​ອອກ. ຄວາມ​ຂາດ​ສະຖຽນ​ລະ​ພາບ​ຫຼື ການ​ປະ​ທະ​ກັນເກີດ​ຂຶ້ນຢູ່​ທີ່​ນີ້​ຈະ​ເຮັດ​ໃຫ້​ບັນດາ​ພື້ນຖານເສດຖະກິດ​ໃນ​ພາກ​ພື້ນ ​ແລະ ​ໂລກ​ຕ້ອງ​ຮັບຜົນ​ຮ້າຍ​ທີ່​ບໍ່​ອາດຄາດ​ຄິດ​ລ່ວງ​ໜ້າໄດ້ “.

ໝາກຜົນການເຂົ້າຮ່ວມ ເວທີປາໄສເສດຖະກິດ ໂລກກ່ຽວກັບອາຊີ ຕາເວັນອອກຂອງ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ - ảnh 2

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ປະທານາທິບໍດີ​ຟິລິບ​ປິນ Aquino

(ພາບ: http://news.go.vn)

  ​ໃນ​ການ​ເຈລະ​ຈາກັບທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ທີ່​ມາ​ນີລາ, ປະທາ ນາທິບໍດີ​ຟິລິບ​ປິນ Aquino ກໍ່​ແບ່ງປັນ​ຄວາມ​ເປັນ​ຫ່ວງ​ກັງວົນ​ອັນ​ເລິກ​ເຊິ່ງ ກ່ຽວ​ກັບ​ສະພາບ​ການ​ອັນຕະລາຍ​ພິ​ເສດ​ໃນ​ປະຈຸ​ບັນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນບັນດາ​ມາດ​ຕະການ ​ແລະ ຈຸດໝາຍ​ລະອຽດ ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື​ດ້ານ​ທະ​ເລ, ມະຫາ​ສະຫມຸດ. ຖື​ວ່າ, ນີ້​ແມ່ນ​​ເສົາຄ້ຳ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ປະທານາທິບໍດີ​ຟິລິບ​ປິນ Aquino ຢືນຢັນ​ວ່າ:

   “ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ການ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ກໍ່​ຄື​ຮ່ວມ​ມື​ກັບ​ບັນດາ​ປະ​ເທດສະມາຊິກ​ອື່ນໃນ​ອາ​ຊຽນ​​ ໃນ​ຂົງ​ເຂດປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຊ່ວຍ​ຊຸກຍູ້​ການ​ສ້າງ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ກ່ວາ​ອີກ. ພວກ​ຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທະ​ເລ, ກ່ຽວ​ກັບ​ບັນ​ດາ​ການ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດ​ທະ​ເລ​ຂອງ​ຟິລິບ​ປິນ ​ແລະ ຕຳຫຼວດ​ທະ​ເລ​ຂອງຫວຽດນາມ ​ເພື່ອ​ຮັກສາ​ບັນດາແຫຼ່ງປະ​ໂຫຍ​ດສິນ​​ໃນນ້ຳ ​ເພື່ອ​ຕ້ານ​ຄືນ​ບັນດາ​ການ​ເຄື່ອນ​​ໄຫວ​ລະ​ເມີດ​ກົດໝາຍ​ບົນ​ທະ​ເລ ​ແລະ ​ເຂດ​ອ້ອມ​ຂ້າງລະຫວ່າງ​ສອງ​ປະ​ເທດ“.

  ​ໃນ​ໄລຍະ​ເວລາ​ເຂົ້າຮ່ວມ ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ 2014, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້ຕອບ​ສຳພາດ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ, ໜັງ​ສຶພິມ​ໃຫ່ຍ​ໃນ​​ໂລກຈຳນວນ​ໜຶ່ງກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

  ຫາງ​ສຽງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ກ່ຽວ​ກັບ​ທັດສະນະ​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

   ບົດກ່າວ​ປາ​ໄສ​ທີ່ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ 2014 ກໍ່​ຄື​ທັດສະນະ​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ເມື່ອຕອບ​ສຳພາດບັນດາ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ, ໜັງ​ສຶພິມ​ໃຫ່ຍ​ໃນ​​ໂລກ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກຮຽນ​ຮູ້, ນັກ​ການ​ທູດ, ນັກຄົ້ນຄ້ວາ​ຫວຽດນາມ ​ແລະ ຕ່າງປະ​ເທດ.

    ທ່ານ​ເຢືອງ​ແຢງ​ຮູ​ຍ, ອະດີດ​ຫົວໜ້າ​ກົງ​ສູນ​ຫວຽດນາມ ປະຈຳ​ແຂວງ​ກວາງ​ເຈົາ ປະ​ເທດ​ຈີນ ຖື​ວ່າ, ຄຳ​ຕອບ​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ ​ໄດ້​ປະກອບສ່ວນ​ຕີ​ເອົາ​ຊະນະ​ຖ້ອຍ​ທຳນອງ​ຂອງ​ຈີນ ​ເມື່ອ​ແກ້ຄວາມ​ໃຫ້ຄວາມ​ຜິດພາດ​ຂອງ​ຕົນ ​ແລະ ຖິ້ມ​ໂທດ​ໃສ່ຫວຽ​ດນາມ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເອງ​ແມ່ນ​ຜູ້​​ເຮັດ​ໃຫ້​​ ​ ​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນເພີ່ມຄວາມ​ເຄັ່ງ​ຕຶງຂຶ້ນ.

   ​ເມື່ອ​ເຕື້ອ​ງ​ເຖິງ​ເລື່ອງ​ຫວຽດນາມ ຊັ່ງຊາ​ວິທີ​ຕໍ່ສູ້​ຕາມ​ກົດໝາຍ​ສາກົນ, ດຣ Ian Storey ສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່​ສິງ​ປະ​ໂປ ຖື​ວ່າ, ຫວຽດນາມ ຈະ​ມີ​ພື້ນຖານ​ອ້າງ​ອີງ​ສູງ​ກວ່າເພື່ອ​ຮັບ​ມື​ກັບຈີນ. ສ່ວນ​ສາດສະດາຈານ Rommel C.Banlaoi ຜູ້ອຳນວຍການ​ສູນ​ຄົ້ນຄ້ວາ​ສືບ​ລາຊະການ​ລັບ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຟິລິບ​ປິນ ພັດ​ຖື​ວ່າ: ຫວຽດນາມ ຄວນ​ຖືສານ​ແມ່ນໜື່ງ​ໃນ​ບັນດາ​ມາດ​ຕະການ​ສັນຕິພາບ​ເພື່ອ​ແກ້​ໄຂ​ການ​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ./.

 

ຂ່າວ/ບົດ​ອື່ນ