ທ່ານ Hassan Rohani
(ພາບ:Getty/AFP)
(vovworld)- ຕາມໝາກຜົນການເລືອກຕັ້ງປະທານາທິບໍດີອີຣານໂດຍສັງເຂບ ຖືກປະກາດໃນຕອນເຊົ້າວັນທີ 15/6, ປະຈຸບັນ, ທ່ານ Hassan Rohani, ຜູ້ອອກສະໝັກຮັບເລືອກຕັ້ງສະໜັບສະໜູນແນວທາງປະຕິຮູບພວມນຳໜ້າໂດຍຊົ່ວຄາວ. ທ່ານ Mohammad Najjar ລັດຖະມົນຕີກະຊວງພາຍໃນອີຣານໃຫ້ຮູ້ວ່າ: ໃນຈຳນວນບັດເລືອກຕັ້ງທັງໝົດ 861.000 ບັດທີ່ໄດ້ຮັບການກວດຢູ່ 1631 ສະຖານທີ່ປ່ອນບັດໃນທົ່ວປະເທດ, ທ່ານ Rohani ຍາດໄດ້ເກືອບ 402.000 ບັດ (46,6%), ຢືນອັນດັບທີ 2 ແມ່ນທ່ານເຈົ້າຄອງເຕເຮຣານ Mohammad Baqer Qalibaf ດ້ວຍເກືອບ 126.900 ບັດ (14,6%), ຖັດມາແມ່ນທ່ານ Saeed Jalili ນັກເຈລະຈານິວເຄຼຍດ້ວຍ 119.294 ບັດ. ຄາດວ່າ, ມີກ່ວາ 70% ໃນຈຳນວນຜູ້ມີສິດເລືອກຕັ້ງກ່ວາ 50 ລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງ ແລະ ໝາກຜົນທາງການຈະຖືກປະກາດໃນເວລາ 24 ຊົ່ວໂມງ ພາຍຫລັງທີ່ບັນດາສະຖານທີ່ປ່ອນບັດປິດປະຕູ.