ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ປະທານາທິບດີ ລັດເຊຍ

ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ປະທານາທິບດີ ລັດເຊຍ - ảnh 1

ປ່ອນ​ບັດ​ເລືອກ​ຕັ້ງຢູ່​ລັດ​ເຊຍ

(ພາບ:voafanti.com)

( vovworld ) – ຕອນ​ຄ່ຳວັນ​ທີ 4/3, ຕາມ​ເວລາ ມົດ​ສະ​ກູ, ​ເມື່ອ​ການ​ປ່ອນ​ບັດ​ຢູ່​ແຂວງ Kaliningrat ທາງ​ທິດຕາ​ເວັນ​ຕົກ​ຂອງ​ສະຫະພັນ​ລັດ​ເຊຍ ສຳ​ເລັດ, ທ່ານ Churop ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງສູນ​ກາງ ລັດ​ເຊຍ ​ໄດ້​ປະກາດ​ສີ້​ນສຸດ​ການ​ເລື​ອກ​ຕັ້ງປະທານາທິບໍດີ​ໃນ​ທົ່ວ​ປະ​ເທດ ລັດ​ເຊຍ ພ້ອມ​ທັງ​ເປີດ​ສາກ​ການກວດ​ບັດ. ໝາກຜົນ​ໃນ​ເບື້ອງ​ຕົ້ນພາຍຫຼັງ​ກວດ 14,5% ຈຳນວນ​ບັດ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ  V.Putin ຍາດ​ໄດ້​ກ່ວາ 61% ຈຳນວນບັດ​ສະໜັບສະໜູນ. ຄະນະ​ກຳມະການ​ເລືອກ​ຕັ້ງສູນ​ກາງ ລັດ​ເຊຍ ກຳນົດ​ວ່າຈະ​ປະກາດໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ ວັນ​ທີ 17/3 ​ແລະ ​ຜູ້​​ໄດ້ຮັບ​ໄຊຊະນະ​​ໃນ​ການ​ເລືອກ​ຕັ້ງຈະ​ຮັບດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ວັນ​ທີ 7/5 ທີ່​ຈະ​ມາ​ເຖິງ.

    ມີ​ປະຊາຊົນ​ປະມານ 100.000 ຄົນ​ທີ່ສະໜັບສະໜູນ​ທ່ານ V.Putin ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Manhet ຈັດ​ງານ​ໂຮມ​ຊຸມນຸມ​ ຊົມ​ເຊີຍ​ໄຊຊະນະ​ຂອງ​ທ່ານ V.Putin. ປະທານາທິບໍດີ​ລັດ​ເຊຍ D.Metvedev ແລະ ທ່ານ​ນາຍົກລັດຖະມົນຕີ  V.Putin ກໍ່​ມີໜ້າ​ຢູ່​ງານ​ມິດ​ຕິງ​. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ທັງ​ສອງ​ລ້ວນ​ແຕ່​ໄດ້​ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ທ່ານ ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ປະ​ເທດ​ລັດ​ເຊຍ ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ວັດທະນະຖາວອນ. ທ່ານ​ນາຍົກລັດຖະມົນຕີ  V.Putin ​ເວົ້າວ່າ:

  “ພວກ​ເຮົາ​ໄດ້ຮັບ​ໄຊຊະນະ​ໃນ​ການ​ຊ່ວງ​ເສັງ​ຄັ້ງນີ້ຢ່າງ​ໂປ່​ງ​ໃສ ​ແລະ ສັດ​ສື່. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເລືອກ​ຕັ້ງປະທານາທິບໍດີ​ລັດ​ເຊຍ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ທົດ​ສອບອັນ​ສຳຄັນ​ສຳລັບພວກ​ເຮົາ​ທຸກໆ​ຄົນ ​ແລະ ທັງ​ຊາດ​ເຮົາ​ອີກ​ດ້ວຍ. ນີ້​ແມ່ນ​ການ​ທົດ​ສອບອັນ​ສຸ​ກງອມທາງການ​ເມືອງ, ​ຄວາມເປັນ​ເຈົ້າຕົນ​ເອງ, ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ. ພວກເຮົາ​ສາມາດ​ສະກັດ​ກັ້ນບັນດາ​ກົນອຸບາຍ​ຈາກ​ພາຍ​ນອກ​ ​ເພື່ອແນ່​ໃສ່​ທຳລາຍ​ປະ​ເທດ​ລັດ​ເຊຍ. ພວກ​ເຮົາ​ໄດ້​ຮັບ​ໄຊຊະນະ​ ​ແມ່ນ​ຍ້ອນ​ມີການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ​ ໄດ້​ຮັບ​ໄຊຊະນະ​ຢ່າງ​ໂປ່​ງ​ໃສ. ພວກ​ເຮົາ​ຈະ​ເຮັດ​ວຽກ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ ດ້ວຍ​ຄວາມສັດ​ສື່ບໍລິສຸດ. ພວກ​​ເຮົາ​ຮຽກຮ້ອງ​ໃຫ້​ທຸກໆຄົນ ຈົ່ງ​ສາມັກ​ຄີ​ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ໃຫ້​ຄຳໝັ້ນສັນຍາ​ວ່າ ພວກ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ“.

ຂ່າວ/ບົດ​ອື່ນ